ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຄະນະ​ນຳ, ຄູ​ເຝິກ ແລະ ນັກ​ກິລາ ທີມ​ຊາດ​ລາວ ຊຸດ​ໃຫຍ່ ເດີນທາງ​ເຂົ້າ​ຮ່ວມ​ແຂ່ງຂັນ ຟີ​ຟາ ອາ​ຊຽນ ຄັບ 2026
ເວລາອອກຂ່າວ: 2026-09-23 09:00:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



ຄະນະ​ນຳ, ຄະນະ​ຄູ​ເຝິກ ແລະ ນັກ​ກິລາ ທີມ​ຊາດ​ລາວ ຊຸດ​ໃຫຍ່ ອອກ​ເດີນທາງ​ໄປ​ທີ່ ເຂດ​ປົກຄອງ​ພິເສດ ຮົງ​ກົງ ​ສປ ຈີນ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ລາຍການ ຟີ​ຟາ ອາ​ຊຽນ ຄັບ 2026 (FIFA ASEAN Cup 2026). ເຊິ່ງ​ການ​ແຂ່ງຂັນ ລາຍການ ຟີ​ຟາ ອາ​ຊຽນ ຄັບ 2026 (FIFA ASEAN Cup 2026) ທີ່​ຈະ​ເລີ່ມ​ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 24 ກັນຍາ ຫາ ວັນ​ທີ 3 ຕຸລາ 2026, ໃນ​ການ​ແຂ່ງຂັນ ໄດ້​ຖືກ​ແບ່ງ​ອອກ​ເປັນ 2 ລະດັບ​ດິ​ວິ​ຊັນ (Division) ໂດຍ​ມີ​ລາຍ​ລະອຽດ​ດັ່ງນີ້: Division 1: ຈັດ​ຂຶ້ນ​ທີ່ ປະ ເທດ​ອິນ​ໂດ​ເນ​ເຊຍ ປະກອບ​ມີ: ອິນ​ໂດ​ເນ​ເຊຍ (ເຈົ້າພາບ), ໄທ, ຫວຽດນາມ, ຟິ​ລິບ​ປິນ, ມາ​ເລ​ເຊຍ, ສິງກະໂປ, ບັງ​ກະລາ​ເທດ ແລະ ປາ​ກິດ​ສະຖານ, Division 2: ຈັດ​ຂຶ້ນ​ທີ່ ເຂດ​ປົກຄອງ​ພິເສດ​ຮົງ​ກົງ ​ສປ ຈີນ ປະກອບ​ມີ: ຮົງ​ກົງ (ເຈົ້າພາບ) , ມຽນ​ມາ, ລາວ, ກຳປູເຈຍ, ບຣູ​ໄນ ແລະ ຕີ​ມໍເລ​​ສ​ເຕ. ທີມ​ຊາດ​ລາວ​ຖືກ​ຈັດ​ຢູ່​ໃນ ກຸ່ມ ເອ (Group A) Division 2 ຮ່ວມ​ກັບ ຮົງ​ກົງ (ເຈົ້າພາບ) ແລະ ບຣູ​ໄນ, ສ່ວນ​ກຸ່ມ ບີ ( Group B ) ມີ: ມຽນ​ມາ, ກຳປູເຈຍ ແລະ ຕີ​ມໍ ເລ​​ສ​ເຕ. ທີມ​ໄດ້​ອັນ​ດັບ 1 ກຸ່ມ ເອ ແລະ ບີ ຈະ​ໄດ້​ຜ່ານ​ເຂົ້າ​ສູ່​ຮອບ​ຊີງ​ຊະນະ​ເລີດ. ຕາຕະລາງ​ການ​ແຂ່ງຂັນ​ຂອງ ທີມ​ຊາດ​ລາວ​ມີ​ຄື: ວັນ​ທີ 24 ກັນຍາ 2026 ເວລາ 16:00 ໂມງ ບຣູ​ໄນ ພົບ​ກັບ ລາວ, ແຂ່ງຂັນ​ຢູ່​ທີ່​ສະໜາມກິລາ Mong Kok Stadium ແລະ ວັນ​ທີ 27 ກັນຍາ 2026 ເວລາ 14:00 ໂມງ ຮົງ​ກົງ ພົບ​ກັບ ລາວ, ຈະ​ແຂ່ງຂັນ​ຢູ່​ທີ່​ສະໜາມກິລາ Kai Tak Stadium.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ