ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດຫວຽດນາມ
ເວລາອອກຂ່າວ: 2019-11-08 09:00:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ໃນວັນທີ 7 ພະຈິກນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະວາ ຮ່ານ ແມັງຖັງ ຫົວໜ້າກົມນິ ຕິກຳກະຊວງປ້ອງກັນປະເທດ ຫວຽດນາມ, ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນ 4-7 ພະຈິກ 2019 ນີ້. ໃນໂອກາດນີ້, ສະຫາຍຮອງລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະ ໜິດສະໜົມພ້ອມທັງຢືນຢັນຢ່າງ ໜັກແໜ້ນ ແລະ ຕີລາຄາສູງຕໍ່ການ ມາເຮັດວຽກໃນຄັ້ງນີ້ຂອງສະ ຫາຍຫົວໜ້າກົມນິຕິກຳ ເຊິ່ງເປັນ ການປະກອບສ່ວນເຂົ້າໃນສາຍ ພົວພັນຮ່ວມມືດ້ານວຽກງານ ປ້ອງກັນຊາດລະຫວ່າງສອງຝ່າຍ ເຊິ່ງແມ່ນການຮ່ວມມືທີ່ສຳຄັນທີ່ ການນຳກະຊວງປ້ອງກັນປະເທດ ກໍຄືການນຳ ພັກ-ລັດ ສອງປະ ເທດສະໜັບສະໜູນ ແລະ ເຊື່ອໝັ້ນ ວ່າການຮ່ວມມືສອງຝ່າຍລະ ຫວ່າງສອງກອງທັບລາວ ແລະ ຫວຽດນາມ ຈະນັບມື້ຍິ່ງສວຍ ງາມ ແລະ ມີປະສິດທິຜົນປະກອບ ສ່ວນເສີມສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ໃນພາລະກິດ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດແໜ້ນ ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນປົກປັກຮັກສາສະຖຽນລະພາບທາງ ດ້ານການເມືອງ ແລະ ຄວາມໝັ້ນ ຄົງຂອງສອງປະເທດ ແລະ ເສີມ ສ້າງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ສະຫາຍຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດ ນາມ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍຮອງລັດ ຖະມົນຕີ ທີ່ໃຫ້ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງລາຍງານຈຸດປະ ສົງຂອງການມາຢ້ຽມຢາມ ແລະ ຜົນຂອງການພົບປະສອງຝ່າຍ ລະຫວ່າງກົມກົດໝາຍກະຊວງ ປ້ອງກັນປະເທດລາວ ແລະ ກົມນິ ຕິກຳກະຊວງປ້ອງກັນປະເທດຫວຽດນາມໃຫ້ທ່ານຮອງລັດ ຖະມົນຕີຊາບ ແລະ ຢືນຢັນສືບຕໍ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຂ່າວສານ, ໂຄສະ ນາ, ສຶກສາອົບຮົມມູນເຊື້ອ, ເຝິກ ອົບຮົມກໍ່ສ້າງພະນັກງານ, ແລກ ປ່ຽນທາງດ້ານວັດທະນະທຳ ແລະ ສິລະປະ-ວັນນະຄະດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ