ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ສືບຕໍ່ອົບຮົມ-ຫັດແອບປະຈຳປີ 2019
ເວລາອອກຂ່າວ: 2019-11-08 08:57:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ວັນທີ 6 ພະຈິກ ນີ້, ກອງພັນໃຫຍ່ 11 ສືບຕໍ່ອົບຮົມ-ຫັດແອບປະຈຳປີ 2019 ຢູ່ສະໜາມ ຍິງປືນວິທະຍາຄານກົມມະດຳ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ, ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ມີ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມກົມ ໃຫຍ່ເສນາທິການ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 11 ແລະ ວິທະຍາຄານ ກົມມະດໍາເຂົ້າຮ່ວມ. ຈຸດປະສົງໃນການຈັດຕັ້ງອົບ ຮົມໃນຄັ້ງນີ້, ກໍເພື່ອເປັນການຫັດ ແອບໃຫ້ພະນັກງານ-ນັກຮົບ, ພະ ນັກງານບັນຊາມີຄວາມຊຳນິຊໍາ ນານ, ມີໄຫວພິບ ແລະ ມີຫົວຄິດ ປະດິດສ້າງເພື່ອກຽມຄວາມພ້ອມ ໃນການຮັບມືກັບສະພາບການ ຕ່າງໆທີ່ຈະເກີດຂຶ້ນ. ໃນການເຝິກ ແອບພາກສະໜາມແມ່ນການເຝິກ ແອບສູ້ຮົບໃນກໍໍລະນີກອງພັນ ເຄື່ອນທີ່ຕອບໂຕ້ໄວ ເຊິ່ງການ ອົບຮົມ-ຫັດແອບນີ້ມີກົມກອງ ເຂົ້າຮ່ວມຄື: ກອງພັນ 586, ກອງພັນ 705, ກອງພັນ 743 ແລະ ເຫຼົ່າຮົບເຄມີ ການເຝິກ ແອບຍິງລູກປືນແທ້ໃນຄັ້ງນີ້ ແມ່ນເປັນເທື່ອທີ 2 ແລະ ຈະໄດ້ ດຳເນີນສືບຕໍ່ເຝິກແອບໄປຈົນ ຮອດກາງເດືອນ ພະຈິກ 2019 ນີ້ ຈຶ່ງຈະສໍາເລັດ. ໂອກາດດັ່ງກ່າວ ສະຫາຍ ພົນ ຕີ ປອ ວົງຄໍາ ພົມມະກອນ ໄດ້ ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມ ພ້ອມນັ້ນ ສະຫາຍ ກໍໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງສືບຕໍ່ຫັດແອບ ເພື່ອກຽມຄວາມ ພ້ອມໃນການຮັບມືກັບທຸກສະຖາ ນະການ ເພື່ອຮັບປະກັນເຮັດສຳ ເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ໃຫ້. ຂ່າວຍັງໃຫ້ຮູ້ອີກວ່າ: ຢູ່ທີ່ສູນ ບັນຊາກອງພັນໃຫຍ່ 11, ມີຫຼາຍ ພາກສ່ວນມອບເຄື່ອງໃຫ້ຄະນະ ພັກ-ຄະນະບັນຊາກອງພັນໃຫຍ່ 11 ເປັນຕົ້ນແມ່ນອົງການຈັດ ຕັ້ງຊາວໜຸ່ມ-ແມ່ຍິງກອງພັນ ໃຫຍ່ 11, ພະແນກພະລາທິການ ກອງພັນໃຫຍ່, ມີບັນດາພະນັກ ງານອາວຸໂສບຳນານ, ແມ່ຍິງ ບ້ານ 194 ແລະ ຄອບຄົວພະນັກ ງານໄປມອບເຄື່ອງ. ໃນນີ້ມີນໍ້າດື່ມ 18 ແກັດ ແລະ 46 ແພັກ, ໝີ່ໄວໆ 53 ແກັດ,ໄສ້ອົ່ວ 10 ກິໂລ, ປາ ກະປ໋ອງ 3 ແກັດ, ເຂົ້າຈີ່ 04 ຖົງ ລວມມູນຄ່າທັງໝົດ 5 ລ້ານກວ່າ ກີບ, ຈຸດປະສົງມອບເຄື່ອງຊ່ວຍ ເຫຼືອກໍເພື່ອເປັນການໃຫ້ກຳລັງ ໃຈຄະນະພັກ-ຄະນະບັນຊາແຕ່ ລະຂັ້ນຕະຫຼອດພະນັກງານ-ນັກ ຮົບ, ທີ່ປະຕິບັດໜ້າທີ່ເຝິກແອບ ຮໍ່າຮຽນຢູ່ໃນພາກສະໜາມກໍຄື ການອົບຮົມ-ຫັດແອບປະຈຳ ປີ 2019 ຂອງກອງພັນໃຫຍ່ 11 ມີຄວາມໝາຍສຳຄັນຢ່າງ ເ ລິກເຊິ່ງ, ໂອກາດນີ້ ສະຫາຍ ພັນໂທ ຄຳສາຍ ມົນດວງສິງ ຄະ ນະພັກ, ຫົວໜ້າການເມືອງພາກ ສະໜາມ ກໍໄດ້ຕາງໜ້າຄະນະກ່າວ ສະແດງຄຳຂອບອົກຂອບໃຈມາ ຍັງທຸກພາກສ່ວນທີ່ໃຫ້ການຊ່ວຍ ເຫຼືອເຄື່ອງວັດຖຸປັດໄຈຊຸກຍູ້ໃນ ຄັ້ງນີ້ ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງວັດຖຸດັ່ງກ່າວໄປແຈກຈາຍໃຫ້ທົ່ວເຖີງ ແລະ ຫວັງວ່າຈະໄດ້ຮັບການຊ່ວຍນຳ ທຸກພາກສ່ວນໃນຕໍ່ໜ້າຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ