ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ - ຮັບໜ້າທີ່ເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2019-11-07 09:38:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ວັນທີ 1 ພະຈິກ ນີ້, ຢູ່ທີ່ສະໂມ ສອນຫ້ອງວ່າການປົກຄອງ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄໍາເຈນ ວົງ ໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງ ສາລີຜູ້ເກົ່າ ແລະ ທ່ານ ຄໍາຜອຍ ວັນນະສານ ຮັກສາການເລຂາ ພັກແຂວງ,ເຈົ້າແຂວງໆຜົ້ງສາລີ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງທ່ານ ຈັນສີ ໂພສີຄໍາ ກໍາມະການ ກົມການເມືອງສູນກາງພັກ ເລ ຂາທິການສູນກາງພັກ ຫົວໜ້າຄະ ນະຈັດຕັ້ງສູນກາງພັກ, ມີຄະນະ ປະຈໍາພັກແຂວງ, ກໍາມະການ ພັກແຂວງ, ຫົວໜ້າພະແນກ ອ້ອມຂ້າງແຂວງ, ຕະຫຼອດຮອດ ພະນັກງານອະວຸ ໂສ-ບໍານານ ແລະ ພະນັກງານຫຼັກແຫຼ່ງພາຍ ໃນແຂວງເຂົ້າຮ່ວມ. ໃນພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມ ຄອງພະນັກງານ ຄະນະຈັດຕັ້ງ ສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລທີ 083/ກມສພ ລົງ ວັນທີ 13 ກັນຍາ2019 ວ່າດ້ວຍ ການຍົກຍ້າຍພະນັກງານການນໍາ ຂັ້ນສູງໄປຮັບໜ້າທີ່ໃໝ່ໃນນີ້ ໄດ້ ຍົກຍ້າຍ ສະຫາຍ ຄໍາເຈນ ວົງ ໂພສີ ກໍາມະການສູນກາງພັກ, ເລ ຂາພັກແຂວງ-ເຈົ້າແຂວງຜົ້ງສາ ລີ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ຄະ ນະໂຄສະນາອົບຮົມສູນກາງພັກ; ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 319/ນຍ ນະຄອນ ຫຼວງວຽງຈັນ ວັນທີ 17 ກັນຍາ 2019 ວ່າດ້ວຍການບົງຕົວແຕ່ງ ຕັ້ງຜູ້ຮັກສາການເຈົ້າແຂວງຜົ້ງ ສາລີ ໃນນີ້ໄດ້ແຕ່ງຕັ້ງເອົາ ສະ ຫາຍ ຄໍາຜອຍ ວັນນະສານ ຮອງເລຂາ ພັກແຂວງ ເປັນຜູ້ຮັກສາການ ເຈົ້າແຂວງຜົ້ງສາລີ ແລະ ໄດ້ຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 220/ຄລສພ ລົງວັນທີ 31 ຕຸລາ 2019 ວ່າດ້ວຍການບົງຕົວແຕ່ງ ຕັ້ງກໍາມະການຄະນະບໍລິຫານ ງານພັກແຂວງຜົ້ງສາລີ ເຊິ່ງປະ ກອບດ້ວຍບັນດາສະຫາຍດັ່ງນີ້: ສະຫາຍ ພອນໄຊ ອ່ອນສາ, ສະ ຫາຍ ວີສອນ ລາວເມົ້າ, ສະ ຫາຍ ພອນສຸຈິດ ລີລາວົງ ແລະ ສະຫາຍ ທອງຕື ເກຍສະບົງ ເປັນ ກໍາມະການຄະນະບໍລິຫານງານ ພັກແຂວງຜົ້ງສາລີ. ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກແຂວງຜົ້ງ ສາລີຜູ້ເກົ່າ ໄດ້ຂຶ້ນຜ່ານບົດບັນທຶກ ມອບ-ຮັບວຽກງານ ແລະ ສະ ຫາຍຄໍາຜອຍ ວັນນະສານ ຜູ້ຮັກ ສາການເລຂາພັກແຂວງຜົ້ງສາ ລີຜູ້ໃໝ່ກໍໄດ້ຂຶ້ນເຊັນບົດບັນທຶກ ມອບຮັບຮ່ວມກັນໂດຍຊ່ອງໜ້າ ອົງການຈັດຕັ້ງຂັ້ນເທິງ ແລະ ພາກ ສ່ວນທີ່ກ່ຽວຂ້ອງທຸກຂັ້ນ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ