ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມປືກສາຫາລື ຄວາມໝັ້ນຄົງ ຊຽງຊານ ຄັ້ງທີ 13
ເວລາອອກຂ່າວ: 2026-09-17 11:22:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:



ໃນລະຫວ່າງວັນທີ 16-17 ກັນຍາ 2026 ນີ້, ຄະນະຜູ້ແທນ ການທະຫານຂັ້ນສູງ ກອງທັບປະຊາຊົນລາວ, ນໍາໂດຍ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ປຶກສາຫາລືຄວາມໝັ້ນຄົງ ຊຽງຊານ ຄັ້ງທີ 13 ທີ່ ສປ ຈີນ ເປັນເຈົ້າພາບ, ໂດຍການເປັນປະທານ ຂອງທ່ານ ພົນເອກ ຕົ໋ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນ ຫຼາຍກວ່າ 100 ປະເທດ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ພົນເອກ ຕົ໋ງຈຸນ ໄດ້ກ່າວເປີດກອງປະຊຸມ ແລະ ເນັ້ນໜັກວ່າ: ກຸນແຈສໍາຄັນ ໃນການຄຸ້ມຄອງຄວາມໝັ້ນຄົງທົ່ວໂລກ ແມ່ນຢູ່ໃນການປະຕິບັດຕາມມາດຕະການ ເພື່ອເປັນພື້ນຖານໃນການຮັກສາສັນຕິພາບ, ກອງທັບຈີນ ເຕັມໃຈທີ່ຈະຮ່ວມມືກັບກອງທັບ ຂອງປະເທດອື່ນໆ ເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ ດ້ານຄວາມໝັ້ນຄົງທົ່ວໂລກ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງ, ເສີມຂະຫຍາຍການປະສານງານສາກົນ ເພື່ອຄວາມໝັ້ນຄົງຮ່ວມກັນ, ປັບປຸງຄວາມສາມາດໃນການຮ່ວມກັນຮັກສາຄວາມໝັ້ນຄົງ, ເສີມສ້າງການຄຸ້ມຄອງຄວາມໝັ້ນຄົງໃນຂົງເຂດ, ເພີ່ມການສະໜອງຜະລິດຕະພັນຄວາມໝັ້ນຄົງສາທາລະນະ ແລະ ປະກອບສ່ວນ ໃຫ້ຫຼາຍຂຶ້ນໃນການສ້າງຊຸມຊົນ ທີ່ມີອະນາຄົດຮ່ວມກັນສໍາລັບມະນຸດຊາດ. ໃນກອງປະຊຸມ ໄດ້ປຶກສາຫາລືກັນໃນ 4 ຫົວຂໍ້ຫຼັກ ຄື: ຫົວຂໍ້ທີ 1: ຄວາມເປັນລະບຽບຮຽບຮ້ອຍຂອງໂລກ ແລະ ຄວາມສະຖຽນລະພາບ ທາງດ້ານຍຸດທະສາດ; ຫົວຂໍ້ທີ 2: ການຂັດແຍ່ງພາຍໃນ ການຄາດຄະເນ ແລະ ວິທີທາງໃນການແກ້ໄຂ; ຫົວຂໍ້ທີ 3: ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ ຕໍ່ກັບຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ ແລະ ຫົວຂໍ້ທີ 4: ພາລະບົດບາດ ແລະ ວິໄສທັດ ຂອງປະເທດທີ່ກໍາລັງພັດທະນາ. ໂອກາດດັ່ງກ່າວ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ປະກອບຄໍາເຫັນແລກປ່ຽນ ທັດສະນະ ໃນຫົວຂໍ້ "ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ໃນອາຊີ-ປາຊີຟິກ" ວ່າ: ສະພາບການດ້ານຄວາມໝັ້ນຄົງ ຂອງພາກພື້ນ ນັບມື້ຍິ່ງມີຄວາມສະຫຼັບຊັບຊ້ອນ, ບໍ່ແນ່ນອນ. ຕໍ່ກັບບັນຫາດ້ານຄວາມໝັ້ນຄົງ ທີ່ພົ້ນເດັ່ນ ມີ 3 ສິ່ງທ້າທາຍສໍາຄັນ ທີ່ຄວນໄດ້ຮັບການເອົາໃຈໃສ່ເປັນພິເສດ ຄື: ການປ່ຽນແປງຂອງສະພາບດິນຟ້າອາກາດ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ວິຖີການດໍາຊີວິດ ຂອງມວນມະນຸດ ແລະ ສິ່ງແວດລ້ອມ ລວມທັງລະບົບນິເວດເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ດ້ານເສດຖະກິດ-ສັງຄົມ ຂອງຊາດ ແລະ ຄວາມໝັ້ນຄົງ ຂອງພາກພື້ນນໍາອີກ; ຍິ່ງໄປກວ່ານັ້ນ, ມີບາງປະເທດ ໄດ້ສວຍໃຊ້ສະພາບການປ່ຽນແປງ ຂອງສະພາບດິນຟ້າອາກາດ ເປັນເຄື່ອງມືເພື່ອກົດໜ່ວງຖ່ວງດຶງການພັດທະນາ ຂອງປະເທດອື່ນ, ທໍາລາຍເສດຖະກິດ ແລະ ການລົບລ້າງຄວາມທຸກຍາກ ຂອງບັນດາປະເທດກຳລັງພັດທະນາ. ພ້ອມດຽວກັນ, ສປປ ລາວ ກໍໄດ້ເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີກະຊວງປ້ອງປະເທດ ອາຊຽນ ແລະ ອາຊຽນບວກ, ພ້ອມທັງ ກຽມເປັນປະທານຮ່ວມກັບກອງທັບປະຊາຊົນຈີນ ດ້ານການແພດທະຫານ (ປີ 2027-2030) ເຊິ່ງຫຼ້າສຸດໄດ້ປະສົບຜົນສໍາເລັດໃນການເຝິກຊ້ອມ "ຂະບວນລົດໄຟສັນຕິພາບ ຄັ້ງທີ 6" ຮ່ວມກັນ; ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ AI ເຖິງວ່າຈະຊ່ວຍຂະຫຍາຍຕົວທາງເສດຖະກິດ, ແຕ່ກໍຖືກກຸ່ມຄົນບໍ່ດີນໍາໃຊ້ຫຼອກລວງທາງອິນເຕີເນັດ. ສະນັ້ນ, ທຸກຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນ, ສ້າງມາດຕະການຄຸ້ມຄອງ AI ໃຫ້ມີຄວາມໂປ່ງໃສ, ປອດໄພ ແລະ ເກີດປະໂຫຍດສູງສຸດ; ການແຂ່ງຂັນທາງຍຸດທະສາດ ພາກພື້ນອາຊີ-ປາຊີຟິກ ມີການແຂ່ງຂັນສູງທັງດ້ານການເມືອງ, ເສດຖະກິດ ແລະ ການທະຫານ ເຊິ່ງອາດນໍາໄປສູ່ຄວາມຂັດແຍ່ງ. ສະເໜີບໍ່ໃຫ້ໃຊ້ ອາຊຽນ ເປັນເວທີແຂ່ງຂັນຍາດແຍ່ງອິດທິພົນຂອງປະເທດໃດໜຶ່ງ, ແຕ່ຕ້ອງຍົກສູງ "ຄວາມເປັນເອກະສັນ" ແລະ "ຄວາມເປັນແກ່ນກາງ ຂອງອາຊຽນ" ຢ່າງເປັນຮູບປະທໍາ ເພື່ອແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ສ້າງຄວາມໄວ້ວາງໃຈເຊິງກັນ ແລະ ກັນ. ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກ່າວຕື່ມອີກວ່າ: ສປປ ລາວ ໃນນາມເປັນປະເທດສະມາຊິກ ອົງການສະຫະປະຊາດ ແລະ ສະມາຊິກອາຊຽນ ຍາມໃດກໍຍຶດໝັ້ນແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງຕົນ ທີ່ວ່າ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ຂະຫຍາຍການພົວພັນຮ່ວມມື ກັບທຸກປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງທີ່ແຕກຕ່າງກັນ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສະນັ້ນ, ການແກ້ໄຂບັນຫາຂໍ້ຂັດແຍ່ງທຸກປະເພດ ທີ່ເກີດຂຶ້ນດ້ວຍວິທີທາງການທູດ ໂດຍຜ່ານຂະບວນການໄກ່ເກ່ຍ, ເຈລະຈາ, ປຶກສາຫາລື ແມ່ນວິທີການແກ້ໄຂຂໍ້ຂັດແຍ່ງທີ່ສອດຄ່ອງ, ຖືກຕ້ອງ ແລະ ເໝາະສົມທີ່ສຸດ. ເພາະວ່າ ຮູບແບບ ແລະ ວິທີການດັ່ງກ່າວນີ້ ເປັນທາງອອກທີ່ດີທີ່ສຸດໃນການແກ້ໄຂຂໍ້ຂັດແຍ່ງ ໂດຍປາດສະຈາກການສິ້ນເປືອງງົບປະມານອັນມະຫາສານ, ເປັນການປົກປ້ອງ ແລະ ຫຼຸດຜ່ອນການສູນເສຍຊີວິດ ຂອງທະຫານ, ຊັບສິນ ແລະ ຊີວິດ ຂອງຜູ້ບໍລິສຸດ ລວມທັງຜູ້ເຖົ້າ ແລະ ເດັກນ້ອຍ ໄດ້ຫຼາຍແສນ ຫຼື ຫຼາຍລ້ານຄົນ." ໂດຍ: ໄກ່ນ໋ອດ ເລັດນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ