ກົມ ວສ-ປສ ການທະຫານ ມອບປຶ້ມລວບລວມບັ້ນຕີ ສະໄໝສົງຄາມປົດປ່ອຍຊາດ ໃຫ້ 2 ກົມກອງ
ເວລາອອກຂ່າວ: 2026-09-17 11:19:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 405 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ມອບປຶ້ມລວບລວມບັ້ນຕີສະໄໝສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ (ແຕ່ປີ 1949-2000) ໃຫ້ 2 ກົມກອງ, ໂດຍການມອບ ຂອງສະຫາຍ ພັນເອກ ປອ ສິງ ບຸນນີວົງ ຮອງຫົວໜ້າກົມ ວສ-ປສ ການທະຫານ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສຸກ ອິນທະມູນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນທິດສະດີການເມືອງກອງທັບ ແລະ ສະຫາຍ ພັນໂທ ຄໍາໃສ ສໍບຸນເຕັມ ຮອງຫ້ອງ ວສ-ປສ ການທະຫານ ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນການມອບປຶ້ມຄັ້ງນີ້ ແມ່ນປະຕິບັດຕາມແຜນການແຈກຍາຍປຶ້ມ ຂອງກົມ ວສ-ປສ ການທະຫານ ຕາມແຜນການຈັດພິມ ແລະ ແຈກຍາຍຂໍ້ມູນ ໃຫ້ບັນດາຫ້ອງສະໝຸດບັນດາວິທະຍາຄານ, ໂຮງຮຽນໃນກອງທັບ ທີ່ຍັງຂາດບັນດາປຶ້ມລວບລວມບັ້ນຕີສະໄໝສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ (ແຕ່ປີ 1949-2000) ເພື່ອຮັບໃຊ້ເຂົ້າໃນການອ່ານ ແລະ ຄົ້ນຄວ້າ ຂອງພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທີ່ມາສຶກສາຮໍ່າຮຽນຢູ່ບັນດາວິທະຍາຄານເຫຼົ່ານັ້ນ ໃຫ້ມີຂໍ້ມູນໃນການຂຽນບົດນິພົນຈົບຊັ້ນຂອງຕົນໃຫ້ຖືກຕ້ອງຕາມຂໍ້ມູນຕົວຈິງ ດັ່ງນັ້ນ,ຄະນະພັກ-ຄະນະບັນຊາ ກົມ ວສ-ປສ ການທະຫານ ຈຶ່ງໄດ້ຕົກລົງແບ່ງປັນປຶ້ມ ເຊິ່ງປຶ້ມດັ່ງກ່າວ ປະກອບມີເນື້ອໃນລວມ 45 ບັ້ນຕີ, ມີ 1.119 ໜ້າ ມອບໃຫ້ 2 ກົມກອງ, ກົມກອງລະ 2 ຫົວ ລວມມູນຄ່າ 12. 000.000 ລ້ານກີບ.
ໂດຍ: ນາງ ທິບໄກສອນ ນ້ອຍສຸລິນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















