ປະກາດການແຕ່ງຕັ້ງ ໜ້າທີ່ໃຫ້ພະນັກງານ ຂັ້ນນໍາພາ-ບັນຊາ ຢູ່ກອງຮ້ອຍ 27
ເວລາອອກຂ່າວ: 2026-09-17 11:17:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ: ![]()
ພິທີ ປະກາດການ ແຕ່ງຕັ້ງໜ້າທີ່ ໃຫ້ພະນັກງານຂັ້ນນຳພາ-ບັນຊາ ຢູ່ກອງຮ້ອຍ 27 ທີ່ຂຶ້ນກັບກອງບັນຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ຄຳສິງ ສຸດທິດາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງວຽງຄຳ, ມີຄະນະພັກ-ຄະນະບັນຊາ ກົມກອງ, ຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ພະນັກງານຂັ້ນນຳພາ-ບັນຊາ ຢູ່ກອງຮ້ອຍ 27 ທີ່ຂຶ້ນກັບກອງບັນຊາການທະຫານເມືອງວຽງຄຳ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນຕີ ພອນໄຊ ໄຊຄຳເພັງ ເປັນຫົວໜ້າການເມືອງ, ສະຫາຍ ຮ້ອຍເອກ ຈັນໂທ ດີສົມບັດ ເປັນຫົວໜ້າການທະຫານ, ສະຫາຍ ຮ້ອຍເອກ ຄຳແດງ ທຳມະວົງ ເປັນຮອງຫົວໜ້າການທະຫານ ແລະ ສະຫາຍ ຮ້ອຍເອກ ຄຳສຸກ ລາດສະໝອນ ເປັນຮອງຫົວໜ້າການເມືອງ ກອງຮ້ອຍ 27.
ໂດຍ: ຊາຍພອນ ແກ້ວອຸບົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















