ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງ​ອົບຮົມ ວິທະຍາຄານ​ພະລາທິການ​ກອງທັບ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2026-09-17 10:20:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ເພື່ອ​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຂອງ​ພັກ ຂອງ​ກອງທັບ ເວົ້າ​ສະເພາະ ວັນ​ທີ 7 ຕຸລາ ກໍ​ຄື​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ​ມ່ວນຊື່ນ, ໃນ​ວັນ​ທີ 9 ກັນຍາ 2026 ນີ້ ຫ້ອງ​ອົບຮົມ ວິທະຍາຄານ​ພະລາທິການ​ກອງທັບ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ ສະໝັກ​ຫຼິ້ນ ໂດຍ​ການ​ເປັນ​ປະທານຂອງ​ສະຫາຍ ພັນ​ໂທ ​ປອ ຄຳ ຫຼວງ​ທຸມມາ​ລາ ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ​ຫ້ອງ​ອົບຮົມ, ມີ​ຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວ​ຫ້ອງ​ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສີ​ພູທອນ ສິນ​ທະ​ພົນ ຄູ​ສອນ​ລະບຽບ ຜູ້​ຮັບຜິດຊອບ​ວຽກ​ງານ​ກິລາ ໄດ້​ຜ່ານ​ແຜນການ ຈັດ​ຕັ້ງ​ແຂ່ງຂັນ​ກິລາ​ສະໝັກ​ຫຼິ້ນ ເຊິ່ງ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ​ເປັນ 8 ທີມ, ມີ 2 ປະເພດ​ກິລາ​ຄື: ກິລາ​ເປ​ຕັງ ແລະ ບານສົ່ງ.ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສ້າງ​ບັນຍາກາດ ຂ່ຳນັບ​ຮັບ​ຕ້ອນ​ວັນ​ຄູ​ແຫ່ງ​ຊາດ​ທີ 7 ຕຸລາ ຄົບຮອບ 32 ປີ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ, ເຕັມ​ໄປ​ດ້ວຍ​ເນື້ອ​ໃນ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ໜັກ​ແໜ້ນ, ທັງ​ເປັນ​ການ​ສົ່ງເສີມ​ໃຫ້ ຄູ-ອາຈານ ພະນັກງານ-ນັກຮົບ ຝຶກ​ຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ, ຮັກສາ​ສຸຂະພາບ, ຜູກ​ແໜ້ນ​ຄວາມ​ສາມັກຄີ​ພາຍ​ໃນ ພ້ອມ​ທັງ​ເປັນ​ການ​ຄັດ​ເລືອກ ເອົາ​ນັກ​ກິລາ​ປະເພດ​ຕ່າງໆ ທີ່​ເປັນ​ຕົວ​ແທນ​ໃຫ້​ຫ້ອງ​ອົບຮົມ ກຽມພ້ອມ​ເຂົ້າ​ຮ່ວມ​ແຂ່ງຂັນ​ຢູ່​ວິທະຍາຄານ​ໃຫ້​ໄດ້​ຮັບ​ຜົນ​ດີ, ເຊິ່ງ​ການ​ແຂ່ງຂັນ​ເລີ່ມ​ຕັ້ງແຕ່​ວັນ​ທີ 9 ກັນຍາ 2026 ເຖິງ​ວັນ​ທີ 5 ຕຸລາ 2026. ໂດຍ: ພຸດ​ສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ