ເຄື່ອນໄຫວຊຸກຍູ້ ແລະ ກວດກາຜົນກະທົບຈາກໄພພິບັດ ນ້ຳຖວ້ມຢູ່ບັນດາປ້ອມເສັ້ນທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2026-09-17 10:18:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ: ![]()
ໃນວັນທີ 11- 12 ກັນຍາ 2026 ຜ່ານມານີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳເສັ້ນທາງລົດໄຟລາວ-ຈີນ, ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ແລະ ກວດກາຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາປ້ອມຕາມອຸໂມງເສັ້ນທາງລົດໄຟລາວ-ຈີນ ເຂດ ເມືອງໄຊ ແລະ ເມືອງນາໝໍ້ແຂວງອຸດົມໄຊ.
ການລົງເຄື່ອນໄຫວຊຸກຍູ້ຄັ້ງນີ້, ສະຫາຍ ພັນເອກ ສັກສົມບັດ
ແກ້ວສິດທິວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍອ້າຍນ້ອງພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນຕາມການໝອບ
ໝາຍຂອງຂັ້ນເທິງຈົນມີຜົນສຳເລັດເປັນກ້າວໆ, ທາງຄະນະທິມງານໄດ້ລົງກວດກາໃນຄັ້ງນີ້ເຫັນວ່າຂົວຕໍ່ເສັ້ນທາງເຂົ້າຫາອຸໂມງ ເສັ້ນທາງລົດໄຟລາວ-ຈີນ ແລະ ພື້ນທີ່ຕ່າງໆທີ່ກົມກອງຮັບຜິດຊອບ ໄດ້ຮັບຄວາມເສຍຫາຍຫຼາຍຈຸດພໍສົມຄວນຢູ່ເຂດເມືອງໄຊ ແລະ ເມືອງນາໝໍ້, ເຖິງວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍກໍຍັງມີແນວຄິດອຸ່ນອຽນ ທຸ່ນທ່ຽງຕໍ່ໜ້າທີ່ຂອງຕົນ, ປະກອບສ່ວນເຂົ້າໃນວຽກງານລວມຂອງຊາດ ໂດຍສະເພາະແມ່ນການປ້ອງກັນເວນຍາມເສັ້ນທາງລົດໄຟລາວ-ຈີນ, ດ້ວຍຄວາມຮັບຜິດຊອບສູງແລະ ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບແຕ່ລະປ້ອມເອົາໃຈໃສ່ປ້ອງກັນເວນຍາມ, ຈັດຕັ້ງກຳລັງອອກເຄື່ອນໄຫວກວດກາສາລະເວ່ ຕິດຕາມສະພາບການ ບໍ່ໃຫ້ພວກກຸ່ມຄົນບໍ່ດີເຂົ້າມາກໍ່ຄວາມບໍ່ສະຫງົບໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການລຳລຽງຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງຂະບວນລົດໄຟແລ່ນໃນແຕ່ລະວັນໃຫ້ມີຄວາມປອດໄພ100%, ໂອກາດດຽວກັນນີ້ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ອ້າຍນ້ອງແຕ່ລະປ້ອມຕື່ມອີກ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















