ໂຮງໝໍສູນກາງ 103 ກອງທັບ ຈັດພິທີປະກາດປະດັບທຽບຊັ້ນ ແລະ ເລື່ອນຊັ້ນ
ເວລາອອກຂ່າວ: 2026-09-17 10:17:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ: ![]()
ໃນວັນທີ 08 ກັນຍາ 2026, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີປະກາດປະດັບທຽບຊັ້ນໃຫ້ນາຍທະຫານ ແລະ ເລື່ອນຊັ້ນນາຍສິບ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພູໂຂງ ແພງຄຳກີບ ຮອງອຳນວຍການ, ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ພະແນກການ ແລະ ຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສະໄໝ ວົງພັກດີ ຮອງຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ ຜ່ານຂໍ້ຕົກລົງວ່າດ້ວຍການປະດັບທຽບຊັ້ນ ແລະ ເລື່ອນຊັ້ນນາຍສິບ ໃຫ້ແກ່ຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດ ລວມທັງໝົດ 30 ສະຫາຍ, ໃນນັ້ນ ປະກາດປະດັບທຽບຊັ້ນ ຮ້ອຍໂທ ໃຫ້ຜູ້ຮຽນຈົບລະດັບປະລິນຍາຕີ ຈຳນວນ 19 ສະຫາຍ, ປະກາດປະດັບທຽບຊັ້ນ ຮ້ອຍໂທ ໃຫ້ຜູ້ຮຽນຈົບລະດັບຊັ້ນສູງ ຈຳນວນ 9 ສະຫາຍ ແລະ ປະກາດເລື່ອນຊັ້ນໃຫ້ນາຍສິບ ຈຳນວນ 2 ສະຫາຍ (ເລື່ອນຊັ້ນ ສິບເອກ ຂຶ້ນຊັ້ນ ວາທີ 1 ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນຊັ້ນ ສິບໂທ 1 ສະຫາຍ).
ໂອກາດນີ້, ສະຫາຍ ພັນເອກ ພູໂຂງ ແພງຄຳກີບ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ທຸກສະຫາຍທີ່ໄດ້ຮັບການປະດັບທຽບຊັ້ນ ແລະ ເລື່ອນຊັ້ນໃນຄັ້ງນີ້ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າປະຕິບັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້ຢ່າງມີປະສິດທິພາບສູງ ເພື່ອຮັບປະກັນການບໍລິການ, ປິ່ນປົວ ແລະ ເບິ່ງແຍງສຸຂະພາບຂອງນາຍ ແລະ ພົນທະຫານ ກໍຄື ປະຊາຊົນບັນດາເຜົ່າຢ່າງມີຄຸນນະພາບ.
ໂດຍ: ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















