ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງ​ປະຊຸມ ສະຫຼຸບ​ວຽກ​ງານ​ປະກັນ​ສັງຄົມ ທົ່ວ​ກົມ​ໃຫຍ່​ເຕັກນິກ​ກອງທັບ ປະຈຳ 6 ເດືອນ​ຕົ້ນ​ປີ
ເວລາອອກຂ່າວ: 2026-09-17 10:14:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ວັນ​ທີ 10 ກັນຍາ 2026 ນີ້, ພະ​ແນກ​ປະກັນ​ສັງຄົມ ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ ສະຫຼຸບ​ວຽກ​​​ງານ​ປະກັນ​ສັງຄົມ ປະ ຈຳ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນການ​ທ້າຍ​ປີ 2026 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວຽງ​ທອງ ພັດ​ທະ​ສິດ ຄະນະ​ພັກ​ອົງການ​ກົມ​ໃຫຍ່ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ກົມ, ຄະນະ​ຫ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​ຮາກ​ຖານ, ພະແນກການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທົງ​ໄຊ ກິນ​ນະ​ວົງ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປະກັນ​ສັງຄົມ ປະຈຳ 6 ເດືອນ​ຕົ້ນ​ປີ 2026 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ 6 ເດືອນ​ທ້າຍ​ປີ 2026ເຊິ່ງ​ໃນ​ແຕ່​ລະ​ໄລຍະ​ກໍ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການ​ເປັນຕົ້ນ​ການ​ເກັບ​ກຳ ແລະ ຂຶ້ນ​ທະບຽນ​ສະມາຊິກ​ປະກັນ​ສັງຄົມ​ເພື່ອ​ອອກ​ບັດ​ໃຫ້ ເປັນ​ເຈົ້າ​ການ​ໃນ​ສະມາຊິກ​ປະກັນ​ສັງຄົມ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຂໍ​ຮັບ​ອຸດ​ໜູນ​ປະເພດ​ຕ່າງໆ, ການຈັດຕັ້ງ​ປະຕິບັດ​ເຜີຍແຜ່​ບັນດາ ຄຳ​ສັ່ງ​ແນະນຳ, ຂໍ້​ກຳ ນົດ, ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ປະກັນ​ສັງຄົມ​ໃຫ້​ນາຍ ແລະພົນທະຫານ ທີ່​ຂຶ້ນ​ກັບ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໃຫ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ, ຈາກ​ນັ້ນ ບັນດາ​ພະ ແນກການ ແລະ ຂະແໜງ​ປະກັນ​ສັງຄົມ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປະກັນ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ ສະເໜີ​ໃຫ້​ເຫັນ​ທັງ ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໃຫ້​ກັນ ແລະ ກັນ​ໄດ້​ຮັບ​ຊາບ, ພ້ອມ​ດຽວ​ກັນ​ນັ້ນ​ບັນດາ​ສະຫາຍ​ທີ່​ເຮັດ​ວຽກ​ງານ​ປະກັນ​ສັງຄົມ ຂອງ​ແຕ່​ລະ​ກົມ​ກອງ​ກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ​ເຫັນ​ເພື່ອ​ຖອດ​ຖອນ​ບົດຮຽນ ແລະ ແລກປ່ຽນ​ບັນຫາ​ຕ່າງໆ​ໃນ​ບາງ​ຈຸດ ທີ່​ຍັງ​ບໍ່​ທັນ​ເຊື່ອມ​ ຊຶມ​ຢ່າງ​ຈະແຈ້ງ ເພື່ອ​ພ້ອມ​ກັນ​ນຳໄປ​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ​ໃຫ້​ດີ​ຂຶ້ນ.ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ