ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຖື​ສຳຄັນ​ຕໍ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ໃນ​ໄລຍະ​ໃໝ່ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2026-09-17 10:10:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ພັດທະນາ​ຊົນນະບົດ​ຮອບດ້ານ ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ເປັນ​ວຽກ​ງານ​ຍຸດ​ທະ​ສາດ, ສູນ​ກາງ​ພັກໄດ້​ຫັນ​ແນວທາງ​ນະໂຍບາຍ​ລວມຂອງ​ພັກ, ກວດກາ ແລະ ຊຸກຍູ້ທົ່ວ​ລະບົບ​ການເມືອງ​ຢູ່ສູນ ​ກາງ ແລະ ທ້ອງຖິ່ນ ຫັນ​ເປັນ​ນິຕິ​ກຳ​ສະເພາະ​ຂອງ​ຕົນ. ສຳລັບ​ຢູ່​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ ວ່າ ​ດ້ວຍ​ການ​ສ້າງ​ບ້ານ ເປັນ​ຫົວ ໜ່ວຍ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ອີງ​ຕາມມະຕິ ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນງານທີ່​ ຄະນະ​ພັກ​ກະຊວງ​ປ້ອງ​ກັນປະ ເທດວາງ​ອອກ, ອີງ​ຕາມ​ແຜນ ການ​ຮ່ວມ​ມື ປະຈຳ​ປີ 2026 ລະ ຫວ່າງກອງທັບ​ປະຊາຊົນ​ລາວ ແລະ ກອງທັບ​ປະຊາຊົນ​ຫວຽດ ນາມ ໃນ​ການ​ເປີດ​ເຝິກອົບຮົມ​ໃຫ້​ພະນັກງານ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ​ປະ ຊາຊົນ​ລາວ ຈຳນວນ 10 ສະຫາຍ ແລະ ອີງ​ຕາມຂໍ້​ຕົກລົງຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ພະນັກງານ​ໄປ​ເຝິກອົບຮົມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ຢູ່ ​ສສ ຫວຽດນາມ ສົກຮຽນ 2026-2027 ໃຫ້​ບັນລຸ​ຕາມ​ແຜນການ. ໃນ​ໂອກາດ​ເຂົ້າ​ຮ່ວມ​ເຝິກອົບ ຮົມວຽກ​ງານ​ກໍ່ສ້າງ​ຮາກ​ຖານ ຢູ່ ​ສສ ຫວຽດນາມ, ສະຫາຍ ພັນເອກ ວັນ​ໄຊ ຢາ​ຫົງ​ທອງ ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ໃຫ້​ທັດສະນະ​ຕໍ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ຂອງ​ກອງທັບປະຊາຊົນ ລາວ ໃນ​ໄລຍະ​ໃໝ່​ວ່າ: ວຽກ​ ງານ​ຂົນຂວາຍ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ແມ່ນ​ໜ້າທີ່​ຍຸດ​ທະ​ສາດ​ຍາວ​ນານ​ຂອງ​ພັກ-ລັດ, ຂອງ​ກອງທັບ​ປະຊາຊົນລາວ ທີ່​ ຂາດ​ບໍ່​ໄດ້. ເຊິ່ງ​ວຽກ​ງານດັ່ງ ກ່າວ ພັກ-ລັດ ໄດ້​ຫັນ​ວຽກ​ພັດ ທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ ເປັນ​ວາລະ​ແຫ່ງ​ຊາດ ໃນ​ນັ້ນ, ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ກໍ​ແມ່ນ​ປັດ​ ໄຈ​ໜຶ່ງ​ທີ່​ນອນ​ໃນ​ວາລະ​ແຫ່ງ​ຊາດ ສະນັ້ນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກໄດ້​ອອກ​ມະຕິ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ຕໍ່​ກັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ, ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ໃນ​ໄລຍະ​ໄໝ່. ດັ່ງ ນັ້ນ, ຈຶ່ງ​ເວົ້າ​ໄດ້​ວ່າ: ວຽກງານກໍ່ ສ້າງ​ຮາກ​ຖານ​ການເມືອງແມ່ນ ​ວຽກ​ງານ​ສຸດ​ທີ່​ສຳຄັນ ເປັນພື້ນ ຖານ​ໃຫ້​ແກ່​ການ​ພັດທະນາເສດ ຖະກິດ-ສັງຄົມ. ສະຫາຍຮອງ​ຫົວໜ້າ​ກົມ​ກໍ່ ສ້າງ​ຮາກ​ຖານ ຍັງ​ກ່າວ​ຕື່ມ​ວ່າ: ຜ່ານ​ໄລຍະ​ເຝິກອົບຮົມເກືອບ 1 ເດືອນ ຢູ່ ​ສສ ຫວຽດນາມ ນັກ​ເຝິກອົບຮົມ​ແຕ່​ລະ​ສະຫາຍໄດ້​ຂຶ້ນ​ຫ້ອງ​ຮ່ຳຮຽນ​ທິດ​ສະ​ດີ, ເຊິ່ງ​ລວມ​ມີ 8 ເອກະສານ ທີ່​ສຳຄັນ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຄື: ວຽກ​ງານ​ປະສານ​ສົມທົບກັບ ​ບັນດາ​ອົງການ ການເມືອງ-ສັງ ຄົມ ໃນ​ການເຄື່ອນໄຫວ​ວຽກ​ງານ ​ຂົນຂວາຍ​ກອງທັບ​ປະຊາຊົນ​ຫວຽດນາມ; ເອກະສານວຽກ​ ງານ​ຂົນຂວາຍຂອງ​ກອງທັບ​ປະ ຊາຊົນ​ຫວຽດນາມ, ເອກະສານ ລັດທິ ມາກ-ເລ​ນິນ, ແນວຄິດ​ ປະ ທານ ໂຮ່​ຈີ​ມິນ ແລະ ທັດສະນະ ​ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ; ເອກະສານ​ບາງ​ເນື້ອ​ໃນພື້ນຖານ ກ່ຽວ​ກັບ​ວຽກ​ງານ​ໂຄສະນາເຜີຍ ແຜ່​ພິເສດຂອງ​ກອງທັບ​ປະຊາ ຊົນຫວຽດນາມ; ເອກະສານກອງ ທັບເຂົ້າ​ຮ່ວມ​ແກ້​ໄຂ​ບາງ​ກໍລະນີ​ ທີ່​ຫຍຸ້ງຍາກ​ຂອງ​ສັງຄົມ; ເອກະ ສານ​ວຽກ​ງານ​ຂົນຂວາຍຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຢູ່​ບັນດາ​ເຂດ​ຊົນເຜົ່າ ແລະ ສາ ສະໜາ; ເອກະສານ​ວຽກ​ງານ​ຂົນຂວາຍ​ທະຫານ​ຊາຍ​ແດນ​ຫວຽດນາມ ແລະ ເອກະສານ​ບົດ ຮຽນ​ໃນ​ການຈັດຕັ້ງ​ການເຄື່ອນ ໄຫວ​ບາງ​ຮູບ​ການ​ວຽກ​ງານ​ຂົນ ຂວາຍຂອງ​ທະຫານ​ຊາຍ​ແດນ. ນອກຈາກ​ຂຶ້ນ​ຫ້ອງ​ຮຽນ​ພາກ​ທິດ​ສະ​ດີ​ແລ້ວ ຄະນະ​ກົມ​ຂົນຂວາຍ, ຄະນະ​ສູນ 871 ໄດ້​ນຳພາ​ນັກ​ເຝິກອົບຮົມເຄື່ອນ​ໄຫວ​ຢ້ຽມຢາມ​ແລກປ່ຽນ​ບົດຮຽນ ຢູ່ 4 ກົມ​ກອງ ເປັນຕົ້ນ​ແມ່ນ ທັດສະນະ​ສຸສານ ປະທານ ໂຮ່​ຈີ​ມິນ, ຫໍພິ​ ພິ​ທະ​ພັນ ໂຮ່​ຈີ​ມິນ, ຫໍພິ​ພິ​ທະ ​ພັນ​ປະຫວັດສາດການທະຫານ ກອງທັບ​ປະ​​ຊ​ຊົນ​ຫວຽດນາມ, ແລກປ່ຽນ​ບົດຮຽນຢູ່​ກອງບັນ ຊາການ​ທະຫານ​ແຂວງ​ບັກນິງ, ກອງ​ບັນຊາ​ການທະຫານແຂວງ​ ນິງ​ບິງ, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຫງະ​ອານ ນອກຈາກນັ້ນ, ຍັງ​ໄດ້​ໄປ​ທັດສະນະ, ທ່ຽວ​ຊົມ​ສະຖານທີ່​ຮ່ອງຮອຍ​ປະຫວັດ ສາດ​ອະລິຍະ​ທຳ​ທີ່​ມີ​ສື່​ສຽງຂອງ​ປະເທດ​ຫວຽດນາມ ເຊັ່ນ: ບ້ານ​ເກີດ ປະທານ ໂຮ່​ຈີ​ມິນ, ສະຖານທີ່​ຮ່ອງຮອຍ​ປະຫວັດສາດ ຮວ່າງ​ຖ່ານ, ແຫຼ່ງ​ທ່ອງ​ທ່ຽວ​ຈ່າງອານ ເມືອງເກົ່າ​ອະລິຍະ​ທຳ​ຮວ່າ​ລືນິງ ບິງ. ການເຄື່ອນໄຫວທັດສະນະ ​ກົມ​ກອງ ກໍ​ຄື ທ່ອງ​ທ່ຽວບັນດາ​ ສະຖານທີ່ຮ່ອງຮອຍ​ປະຫວັດ ສາດ, ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ ເຫັນ​ໄດ້​ວ່າ ປະຊາຊົນ​ຫວຽດນາມ​ມີ​ມູນເຊື້ອ​ສາມັກຄີ, ມີ​ນໍ້າໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ມີ​ມູນເຊື້ອ​ດຸໝັ່ນ, ມີ​ນ້ຳໃຈ​ຕໍ່ສູ້​ຕ້ານ​ຜູ້​ຮຸກ​ຮານ​ຢ່າງ​ພິລະ​ອາດ​ຫານ​ແຕ່​ລະ​ຍຸກ, ແຕ່​ລະສະ​ໄໝ ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆ​ມາ ກ້າວ​ໄປ​ສູ່​ປົດ​ປ່ອຍປະ​ເທດ​ຊາດ ໄດ້​ຢ່າງ​ສະຫງ່າ​ງາມ. ຜ່ານ​ການ​ແລກປ່ຽນ​ບັນດາ​ບົດຮຽນ​ນຳ​ກົມ​ກອງ​ເພື່ອນ ທາງ​ດ້ານ​ທິດ​ສະ​ດີ ແລະ ແລກປ່ຽນ​ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ນຳ​ບັນ ດາ​ກົມ​ກອງ ເຊິ່ງ​ໄປ​ແຕ່​ລະ​ບ່ອນ ໄດ້​ຮັບ​ຟັງ​ການ​ລາຍ​ງານ ວຽກ​ງານ​ຂົນຂວາຍ​ແຕ່​ລະ​ກົມ​ກອງ ຢ່າງ​ມີ​ສີສັນ​ຂອງ​ວຽກ​ງານ​ຂົນ ຂວາຍ​ປະຊາຊົນ​ຫວຽດນາມ ເຊິ່ງ​ສະແດງ​ອອກ ເຮັດ​ໃຫ້​ບ້ານ​ປະຊາຊົນມີ​ຄວາມ​ສະຫງົບ, ເສດ ຖະກິດ-ສັງຄົມ ມີ​ການ​ຂະຫຍາຍ ຕົວ​ຢ່າງ​ກ້າວ​ກະໂດດນັ້ນ. ນັກ​ເຝິກອົບຮົມ​ທຸກ​ສະຫາຍໄດ້​ນຳ​ບົດຮຽນ​ທີ່​ໄດ້​ຮໍ່າຮຽນມາໄປໝູນ ​ໃຊ້​ເຂົ້າ​ໃນ​ສະພາບ​ແວດລ້ອມ ຂອງ​ກົມ​ກອງ​ຮາກ​ຖານກອງທັບ​ປະຊາຊົນ​ລາວ ໃຫ້ເກີດ​ຜົນ​ປະ ໂຫຍດ​ສູງ​ສຸດ. ອີກ​ປະການທີ່ສຳ ຄັນ​ເຫັນ​ໄດ້​ວ່າ ບັນດາ​ຄູ-ອາຈານ ໄດ້​ເອົາໃຈໃສ່​ຖ່າຍ​ທອດ​ຄວາມ​ຮູ້ ປະສົບ​ການວຽກງານ​ຂົນຂວາຍ​ກອງທັບປະຊາຊົນ​ຫວຽດນາມ ໃຫ້​ນັກ​ເຝິກອົບຮົມຂອງ​ກົມກໍ່ ສ້າງຮາກຖານກົມ​ໃຫຍ່​ການ ເມືອງ​ກອງທັບ​ປະຊາຊົນ​ລາວ ເຫັນ​ວ່າແຕ່​ລະ​ສະຫາຍໄດ້ຕັ້ງໜ້າ ຄົ້ນຄວ້າ​ຮ່ຳຮຽນ ແລະ ເອົາໃຈໃສ່​ສົນທະນາ​ແລກປ່ຽນ​ບົດຮຽນ​ຕົວ​ຈິງຂອງ​ແຕ່​ລະ​ກົມ​ກອງ ດ້ວຍ​ບັນຍາກາດ​ຟົດຟື້ນ. ການຈັດຕັ້ງ​ປະຕິບັດເຮັດ​ໄດ້ດີບັນດາ​ຮູບ​ການ​ຂົນຂວາຍ​ມີ​ຄວາມ​ອຸດົມສົມບູນ, ຈັດ​ສັນດ້ານ​ງົບປະມານ​ເປັນ​ບູລິ ມະສິດ ໃສ່​ວຽກ​ງານ​ຂົນຂວາຍ​ບັນລຸ​ຜົນສຳເລັດ​ສູງໃນ​ການ​ແລກ ປ່ຽນ​ນຳ​ບັນດາ​ກົມ​ກອງ, ນັກ​ເຝິກ ອົບຮົມໄດ້​ເອົາໃຈໃສ່​ຄົ້ນຄວ້າ​ແລກປ່ຽນ​ບົດຮຽນ​ນຳ​ເພື່ອນບ້ານ​ ຢ່າງ​ກົງ​ໄປ​ກົງ​ມາ ດ້ວຍ​ບັນຍາ ກາດ​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດ ຕະພາບ ອັນ​ສະໜິດສະໜົມ. ສັງ​ລວມ​ແລ້ວ ການ​ເຝິກອົບ ຮົມ​ຄັ້ງ​ນີ້ ເຖິງ​ເວລາ​ຈະ​ສັ້ນ ການ​ແລກປ່ຽນ​ບົດຮຽນ, ຄວາມຮັບ ຜິດຊອບ ແລະ ເອົາໃຈໃສ່ຂອງ ​ກົມ​ຂົນຂວາຍກອງທັບ​ປະຊາຊົນ​ຫວຽດນາມ ກໍ​ຄື ຄວາມ​ຮັບຜິດ ຊອບ​ຂອງ​ບັນດາ​ສະຫາຍ​ທີ່​ໄປ​ເຝິກອົບຮົມ​ມີ​ຫຼາຍ ຈຶ່ງ​ເຮັດ​ໃຫ້​ບັ້ນ​ເຝິກອົບຮົມ​ວຽກ​ງານ​ຂົນຂວາຍ ກອງທັບ​ປະຊາຊົນ​ຫວຽດນາມ ກໍ​ຄື ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ກອງທັບ​ປະຊາຊົນ​ລາວ ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນສຳເລັດ​ສູງ. ຄຳ​ວ່າ ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນ​ອ້າຍ​ນ້ອງ​ທີ່​ມີ​ມູນເຊື້ອ​ສາມັກຄີ​ມາ​ແຕ່​ດົນ​ນານ, ແມ່ນ​ສາຍ​ພົວພັນ​ພິເສດ ແລະ ຮ່ວມ​ມື​ຮອບດ້ານ​ທີ່​ບໍ່​ຄື​ກັບ​ປະເທດ​ໃດໆ ເຊິ່ງ​ສາຍ​ພົວພັນ​ດັ່ງ ກ່າວ ໂດຍ​ແມ່ນ​ປະທານ ໂຮ່ຈີ​ ມິນ, ປະທານ ໄກສອນ ພົມວິ ຫານ, ປະທານ ສຸ​ພານຸ​ວົງ ກໍຄື ຜູ້ນຳ​ອື່ນໆ ເປັນ​ຜູ້​ລິ​ເລີ່ມ​ກໍຕັ້ງ ແລະ ການ​ນຳ​ຮຸ່ນ​ຕໍ່​ຮຸ່ນ ໄດ້​ພ້ອມ​ກັນ​ສືບຕໍ່​ບູລະນະ​ເພີ່ມ​ພູນ​ຄູນ​ສ້າງ ມາ​ແຕ່​ລະ​ໄລຍະ, ນັບ​ແຕ່​ສະໄໝ​ຕໍ່ສູ້​ກູ້​ຊາດຈົນ​ມາ​ຮອດ​ປັດຈຸບັນ. ສາຍ​ພົວພັນ ລາວ-ຫວຽດນາມ ເຊິ່ງ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ຂອງ​ສອງ​ປະເທດ ໄດ້​ກ່າວ​ໄວ້ ແລະ ຍັງຝັງ ​ຢູ່​ໃນ​ດວງ​ໃຈ ຂອງ​ປະຊາຊົນ​ລາວ ແລະ ປະຊາຊົນ​ຫວຽດນາມ​ຕະຫຼອດ​ໄປ ໃນ​ນັ້ນ, ປະທານ ໂຮ່​ຈີ​ມິນ ກ່າວ​ວ່າ: “ຮັກຫອມ​ກັນ​ໝາຍ​ໝັ້ນ ຫຼາຍ​ສັນພູ​ກໍ​ປີນ​ໄຕ່ ຫຼາຍ​ແມ່ນ້ຳ​ໃຫຍ່ ແລະ ໂຄກ​ຄ້ອຍ​ຂວາງ​ກັ້ນ ກໍ​ດຸ່ງ​ໄປ ສອງ​ຊາດ ລາວ-ຫວຽດ​ໄດ້ ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ ຮົ່ງ​ຮາ ທັງ​ແມ່​ຂອງ ບໍ​ເລິກ​ປູນ​ປານ​ໄດ້” ແລະ ປະທານ ໄກສອນ ພົມວິຫານ ໄດ້​ຢືນຢັນ​ວ່າ: “ເຖິງ​ວ່າ ພູ​ຈະ​ຖືກ​ເຊາະ​ເຈື່ອນ, ແມ່ນໍ້າ​ລຳເຊ​ຈະ​ເຫືອດ​ແຫ້ງ, ແຕ່​ສາຍ​ພົວພັນ​ມິດຕະພາບ ລາວ-ຫວຽດນາມ ຈະ​ໝັ້ນຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາລະ​ນານ”. ພ້ອມ​ກັນ​ນັ້ນ, ປະທານ ສຸ​ພານຸ​ວົງ ໄດ້​ຢືນຢັນ​ອີ​ກວ່າ: “ສາຍສຳພັນ ລາວ-ຫວຽດນາມ ສູງ​ກວ່າ​ພູ ເຂົາ, ຍາວ​ກວ່າ​ແມ່ນໍ້າລຳເຊ, ກວ້າງ​ກວ່າ​ທະເລ​ມະຫາ​ສະໝຸດ, ງາມ​ກວ່າ​ດວງ​ຈັນ, ຫອມ​ຫວນ​ກວ່າ​ດອກ​ໄມ້ ທີ່​ຫອມ​ທີ່​ສຸດ”. ໂດຍ: ສາຍໃຈ​ປະຕິວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ