ພົນເອກ ຄໍາລຽງ ອຸທະໄກສອນ ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ກຳປູເຈຍ ແລະ ມົງໂກລີ
ເວລາອອກຂ່າວ: 2026-09-17 10:09:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ: ![]()
ໃນໂອກາດເຂົ້າຮ່ວມ ກອງປະຊຸມປຶກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 13 ທີ່ ນະຄອນຫຼວງ ປັກກິ່ງ ສປ ຈີນ, ໃນວັນທີ 16 ກັນຍາ 2026 ນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ພົນເອກ ເຕ່ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ທ່ານ ບຽມບັດຊ້ອກສ໌ ສັນແດັກຈ໌ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມົງໂກລີ.
ການພົບປະ ໃນຄັ້ງນີ້ ເປັນການທົບທວນຄືນໝາກຜົນ ຂອງການຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງ ປຶກສາຫາລື, ແລກປ່ຽນທັດສະນະ ກ່ຽວກັບສະພາບການຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ, ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບ ຂອງບັນດາປະເທດເພື່ອນມິດ ໃຫ້ກ້າວເຂົ້າສູ່ລວງເລິກ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພູມີພາກ.
ໂດຍ: ໄກ່ນ໋ອດ ເລັດນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















