ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ
ເວລາອອກຂ່າວ: 2026-09-17 10:07:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ ໄດ້ ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ ໂດຍການເປັນປະທານ ຂອງທ່ານ ສາຍຄໍາ ພະໄຊສິດທິເດດ ກຳມະການຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຄໍາມ່ວນ, ມີບັນດາຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ແຂກຖືກເຊີນ ຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຕະຫຼອດຮອດພະນັກງານພາຍໃນພະແນກ ແລະ ຫ້ອງແຮງງານ ສະຫວັດດີການສັງຄົມ ບັນດາເມືອງ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານສະພາບໂດຍສັງເຂບ ໃນການຈັດຕັ້ງປະຕິບັດວຽກງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ ຕະຫຼອດໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026. ຈາກນັ້ນ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ແສງເພັດ ຄໍາສຸກຖາວົງ ເປັນຮັກສາການ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ.
ໂອກາດນີ້, ທ່ານ ສາຍຄໍາ ພະໄຊສິດທິເດດ ໄດ້ມອບໃບຢັ້ງຢືນ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ແດງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















