ຂະແໜງຊາວໜຸ່ມ ກອງພັນໃຫຍ່ 501 ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025
ເວລາອອກຂ່າວ: 2026-09-17 10:05:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ຂະແໜງຊາວໜຸ່ມ ກອງພັນໃຫຍ່ 501 ກອງພົນທີ 5 ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປະຈຳປີ 2025, ວາງທິດທາງແຜນການ ປະຈຳປີ 2026 ຕິດພັນກັບການມອບໃບຢັ້ງຢືນນາມມະຍົດ 4 ບຸກ ຂອງຊາວໜຸ່ມ ໂດຍການເປັນປະທານຂອງສະຫາຍ ພັນໂທ ວັນນົງ ແກ້ວຈັນທາ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 501, ມີຄະນະຂະແໜງຊາວໝຸ່ມ, ຂະແໜງສະຫະພັນແມ່ຍິງ, ຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະໜ່ວຍຊາວໝຸ່ມ ເຂົ້າຮ່ວມ.
ສະຫາຍ ພັນຕີ ພູຂັນ ດາວົງ ຫົວໜ້າຂະແໜງຊາວໜຸ່ມ ກອງພັນໃຫຍ່ 501 ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ເຊິ່ງບົດສະຫຼຸບໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງດີຂຶ້ນ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII-VIII ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຊາວໜຸ່ມທົ່ວກອງພົນທີ 5 ກໍຄືຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງທັບສະບັບປັບປຸງ ວ່າດ້ວຍການກໍ່ສ້າງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ 4 ບຸກໃນທົ່ວກອງທັບ. ຜ່ານມາ, ຂະແໜງຊາວໜຸ່ມ ກອງພັນໃຫຍ່ 501 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມ ດ້ວຍຫຼາຍຮູບການ, ຈັດຕັ້ງດຳເນີນຊີວິດສຳຫຼວດກວດກາ ໂດຍຕິດພັນກັບບັ້ນດຳເນີນຊີວິດການເມືອງເປັນປົກກະຕິ ແລະ ປະຕິບັດລະບອບສ່ອງແສງລາຍງານເປັນປະຈຳ, ສຶກສາອົບຮົມພະນັກງານ-ນັກຮົບ, ສະມາຊິກຊາວໜຸ່ມໃນທົ່ວກົມກອງໃຫ້ເຂົາເຈົ້າຮັບຮູ້, ກຳແໜ້ນແນວທາງຂອງພັກ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ຮັບຮູ້ແຈ້ງຕໍ່ພາລະບົດບາດສິດໜ້າທີ່ການເມືອງຂອງຕົນ ກໍຄືຂອງຂັ້ນເທິງໃນໄລຍະໃໝ່. ຈາກການຈັດຕັ້ງຂະບວນການແຂ່ງຂັນ 4 ບຸກ ຂອງຂະແໜງຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໝຸ່ມ, ສະມາຊິກຊາວໜຸ່ມທົ່ວກອງພັນໃຫຍ່ 501 ໃນສົກປີ 2024-2025 ກົມໃຫຍ່ການເມືອງກອງທັບ ໄດ້ຮັບຮອງ ແລະ ມອບຢັ້ງຢືນ 4 ບຸກ ໃຫ້ 1 ຂະແໜງຊາວໝຸ່ມ, 4 ຄະນະບໍລິຫານງານຊາວໜຸ່ມ, 27 ຄະນະໜ່ວຍຊາວໝຸ່ມ ແລະ ບຸກຄົນ 118 ສະຫາຍ ຢ່າງສົມກຽດ.
ໂອກາດນີ້, ຍັງໄດ້ຜ່ານຂໍ້ແຂ່ງຂັນ ຂອງຂະແໜງຊາວໜຸ່ມ ກອງພັນໃຫຍ່ 501 ປະຈຳສົກປີ 2026-2027 ແລະ ຕາງໜ້າໜ່ວຍຊາວໜຸ່ມ ໄດ້ຈັບມືຮັບຮອງເອົາຂໍ້ແຂ່ງຂັນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕົວຈິງ. ພ້ອມທັງ, ຜ່ານຂໍ້ກຳນົດ ຂອງກອງພົນທີ 5 ວ່າດ້ວຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາວໜຸ່ມ ກອງພົນທີ 5, ຂໍ້ຕົກລົງ ຂອງກອງພົນທີ 5 ແລະ ຮັບຟັງການໂອ້ລົມຈາກສະຫາຍປະທານ ຕື່ມອີກ.
ໂດຍ : ສິດທິພອນ ອາລຸນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















