ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ສະຫະພັນນັກຮົບເກົ່າແຂວງຄຳມ່ວນ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ
ເວລາອອກຂ່າວ: 2026-09-17 09:59:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 327 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ສະຫະພັນນັກຮົບເກົ່າແຂວງຄຳມ່ວນ ໄດ້ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຂວງຄຳມ່ວນ ຄົບຮອບ 23 ປີ (27 ກຸມພາ 2003-27 ກຸມພາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ປະທານສະຫະພັນນັກຮົບເກົ່າແຂວງ, ມີຜູ້ຕາງໜ້າພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສ-ບໍານານ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ປະທານສະຫະພັນນັກຮົບເກົ່າແຂວງຄຳມ່ວນ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ຂອງສະຫະພັນນັກຮົບເກົ່າແຂວງຄຳມ່ວນ ໃນໄລຍະ 23 ປີຜ່ານມາ ລວມເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຂວງນັບແຕ່ວັນສ້າງຕັ້ງຈົນເຖິງປັດຈຸບັນ. ຈາກນັ້ນ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ເລົ່າຄືນມູນເຊື້ອ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການເຄື່ອນໄຫວພິລະອາດຫານ ຂອງນັກຮົບປະຕິວັດ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເປັນເວລາຍືດເຍື້ອຍາວນານຫຼາຍກວ່າ 100 ປີ,ຍ້ອນມີການນຳພາ ຂອງພັກປະຊາຊົນປະຕິວັດລາວ ຈຶ່ງເຮັດໃຫ້ການເຄື່ອນໄຫວປະຕິວັດຕໍ່ສູ້ໄດ້ຮັບໄຊຊະນະ ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມໝາຍ ຄວາມສຳຄັນ ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍຄືການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຂວງຄຳມ່ວນ ເພື່ອຍົກສູງ ແລະ ເຮັດໃຫ້ພະນັກງານການນຳຂັ້ນແຂວງ, ພະນັກງານ-ສະມາຊິກພັກ ແລະ ສະມາຊິກນັກຮົບເກົ່າທຸກຂັ້ນ ໄດ້ຮັບຮູ້ເຂົ້າໃຈພາລະບົດບາດ ສິດ ແລະ ໜ້າທີ່ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍຄືສະຫະພັນນັກຮົບເກົ່າແຂວງຄຳມ່ວນ ພ້ອມທັງ, ຮຽກຮ້ອງໃຫ້ພະນັກງານການນຳທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າເປັນເຈົ້າການໃນການຊີ້ນຳປັບປຸງອົງການຈັດຕັ້ງສະຫະພັນນັກຮົບເກົ່າໃຫ້ໜັກແໜ້ນເຂັ້ມແຂງ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳ ຂອງນັກຮົບເກົ່າ, ເປັນເຈົ້າການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ຖັນແຖວນັກຮົບເກົ່າ ມີຄວາມສະຫງົບເຂັ້ມແຂງ ແລະ ສຶກສາອົບຮົມ ເຜີຍແຜ່ບົດຮຽນອັນລ້ຳຄ່າໃຫ້ພະນັກງານສະມາຊິກພັກ, ພະນັກຫຼັກແຫຼ່ງໄດ້ຄົ້ນຄວ້າ, ຮຽນຮູ້ ແລະ ເອົາເປັນແບບຢ່າງ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ໃຫ້ປະສົບຜົນສໍາເລັດ. ໂອກາດນີ້, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ມອບເງິນຊຸກຍູ້ຊ່ວຍເຫຼືອຄອບຄົວສະມາຊິກສະຫະພັນນັກຮົບເກົ່າ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ແຂວງຄຳມ່ວນ ຈຳນວນ 50.000.000 ກີບ. ຈາກນັ້ນ, ທ່ານ ສົມໃຈ ພານີຈັນ ໄດ້ມອບໃບຍ້ອງຍໍ ຂອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໃຫ້ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ໄດ້ຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ຢ່າງສົມກຽດ. ຂ່າວໂດຍ : ຈັນທະວີສຸກ ພົງເຂັມທອງ. ພາບໂດຍ : ຄຳພູວາ ຈັນທະປານີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ