ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບການອົບຮົມ-ຫັດແອບ ຕິດພັນກັບການຕ້ອນຮັບນັກຮຽນໃໝ່, ເປີດສົກຮຽນ 2026-2027
ເວລາອອກຂ່າວ: 2026-09-16 16:07:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ: ![]()
ວັນທີ 16 ກັນຍາ 2026 ນີ້, ຢູ່ສະໂມສອນ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບ ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ, ເຕັກນິກ ຕິດພັນກັບການຕ້ອນຮັບນັກຮຽນໃໝ່, ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຳລີ ຈັນທະວົງ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ, ກອງຮ້ອຍ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ສະຫາຍ ພັນເອກ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບຄືນການຈັດຕັ້ງເຄື່ອນໄຫວ ອົບຮົມ-ຫັດແອບ ສາມາດຕີລາຄາໄດ້ດັ່ງນີ້: ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ບຸກບືນຫ້າວຫັນ, ສາມາດຮັບຮູ້, ເຂົ້າໃຈບົດຮຽນໄດ້ເປັນຢ່າງດີ, ພະນັກງານວິຊາສະເພາະ ສາມາດປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບຫຼັກການ, ມີຄວາມຊຳນິຊຳນານ, ຖືກຕ້ອງຕາມວິທະຍາສາດ ໃນນີ້, ວຽກງານການທະຫານ ບັນລຸໄດ້ 95%, ການເມືອງ 95%,ພະລາທິການ 95%, ວຽກງານເຕັກນິກ 89,95%. ສ່ວນວຽກງານເປີດສົກຮຽນໃໝ່ ແມ່ນຮັບປະກັນໄດ້ທາງດ້ານເນື້ອໃນຄົບຖ້ວນ ແຕ່ລະພາກສ່ວນ ມີຄວາມຮັບຜິດຊອບສູງ, ການຈັດຕັ້ງປະຕິບັດຖືກຕ້ອງແທດເໝາະກັບໜ້າທີ່ການເມືອງຕົວຈິງ, ການຮັບນັກຮຽນໃໝ່: ຄະນະກຳມະການ, ຄະນະກອງພັນ ປະຕິບັດການຄຸ້ມຄອງ-ບັນຊາ ຈັດແບ່ງນັກຮຽນເຂົ້າຫໍພັກ, ດຳເນີນການກວດການັກຮຽນ, ເອກະສານປະກອບ ໃຫ້ຖືກຕ້ອງ, ຄົບຖ້ວນຕາມລະບຽບການ. ກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງມີເນື້ອໃນເລິກເຊິ່ງ ເພື່ອປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ. ພ້ອມນີ້, ໄດ້ຜ່ານຂໍ້ກຳນົດ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍມາດຖານການກໍ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງທັບ ຕື່ມອີກ.
ໂອກາດນີ້, ສະຫາຍ ພັນເອກ ສຳລີ ຈັນທະວົງ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















