ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງການເມືອງ ກອງພົນທີ 4 ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-09-16 16:05:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 577 | ຄວາມນິຍົມ:



ໃນລະຫວ່າງວັນທີ 15-16 ກັນຍາ 2026 ນີ້, ຫ້ອງການເມືອງ ກອງພົນທີ 4 ໄດ້ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Vl ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ກຳມະການຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ ຫ້ອງການເມືອງ, ພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມ. ໃນພິທີ ຄະນະພັກຫ້ອງການເມືອງ ແລະ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານສຳຄັນ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ Vl ຂອງກະຊວງປ້ອງກັນປະເທດ ຄື: ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກ; ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຂໍ້ກຳນົດ ວ່າດ້ວຍວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ; ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030); ກົດລະບຽບພັກ ສະໄໝທີ Xll; ມະຕິກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ Vl ຂອງອົງຄະນະພັກກະຊວງປ້ອງກັນປະເທດ; ມະຕິຕົກລົງ ວ່າດ້ວຍການຮັບຮອງເອົາຄະນະພັກກະຊວງປ້ອງກັນປະເທດ ຄັ້ງທີ Vl ແລະ ບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ກະຊວງປ້ອງກັນປະເທດ ຄັ້ງທີ Vl. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ພາຍໃນຫ້ອງການເມືອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ເນື້ອໃນມະຕິ, ທິດທາງວິໄສທັດ, ທັດສະນະ ແລະ ຄາດໝາຍສູ້ຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ການແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ ແລະ ເນື້ອໃນສຳຄັນອື່ນໆ ເພື່ອພ້ອມກັນຜັນຂະຫຍາຍເຂົ້າສູ່ລວງເລິກ ຢ່າງມີຈຸດສຸມ ແລະ ແລະ ເປັນບ່ອນອີງ ຂອງການຈັດຕັ້ງປະຕິບັດ ໃນທຸກຂົງເຂດວຽກງານຕົວຈິງ ໃຫ້ຫຼາຍຂຶ້ນ. ໂດຍ: ພອນເທບ ຈອມມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ