ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ໂຮງໝໍ​ສູນ​ກາງ 103 ກອງທັບ ມອບ​ເງິນ​ອຸດ​ໜູນ​ບຳນານ​ໃຫ້​ນາຍ​ທະຫານ​ຂອງ​ຕົນ
ເວລາອອກຂ່າວ: 2026-09-16 15:35:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ວັນ​ທີ 10 ກັນຍາ 2026 ນີ້, ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຈັດ​ພິທີ​ມອບ​ເງິນ​ອຸດ​ໜູນ​ບຳ ນານ ໃຫ້​ນາຍ​ທະຫານ​ຢູ່​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ​ດຣ ພູ​ໂຂງ ແພງ​ຄຳ​ກີບ ຮອງ​ຫົວ ໜ້າ​ການເມືອງ, ຫົວໜ້າ​ຫ້ອງ​ການເມືອງ​ໂຮງໝໍ​ສູນ​ກາງ 103 ກອງທັບ, ມີ​ຄະນະ​ພັກ-ຄະນະ​ຫ້ອງ 5 ຫ້ອງ, ພະແນກການ ແລະ ພະນັກງານ​ຜູ້​ທີ່​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ​ສຸດ​ສາຄອນ ສີ​ຊົມ​ມະ​ລາດ ຫົວໜ້າ​ພະ​ແນກ​ພະນັກງານ​ຫ້ອງ​ການເມືອງ​ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ນາຍ​ທະຫານຢູ່​ໂຮງ ໝໍ​ສູນ​ກາງ 103 ກອງທັບ ພັກ​ການ​ເຂົ້າ​ຮັບ​ເບ້ຍ​ບຳນານ ມີ​ຈຳ ນວນ 13 ສະຫາຍ ຄື: ຊັ້ນ​ພັນ​ໂທ 6 ສະຫາຍ, ຊັ້ນ​ພັນ​ຕີ 6 ສະຫາຍ ແລະ ຊັ້ນ ຮ້ອຍ​ເອກ 1 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ​ດຣ ພູ​ໂຂງ ແພງ​ຄຳ​ກີບ ໄດ້​ຂຶ້ນ​ມອບ​ຂໍ້​ຕົກລົງ​ຂອງ​ຂັ້ນ​ເທິງ​ໃຫ້​ພະນັກງານ​ບຳນານ, ພ້ອມ​ທັງ ກ່າວ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ອະດີດ​ພະນັກງານ​ນາຍ​ທະຫານ​ໂຮງໝໍ​ສູນ​ກາງ 103 ກອງທັບ ທີ່​ໄດ້​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ຂອງ​ຕົນ ແລະ ສຸມ​ສະ ຕິ​ປັນຍາ ເຫື່ອແຮງເຂົ້າໃນພາ ລະກິດ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດຊາດໃນ​ ໄລຍະ​ທີ່​ຜ່ານ​ມາ ແລະ ຮຽກຮ້ອງ​ ໃຫ້​ຮັກສາ​ມູນເຊື້ອ, ຄຸນງາມ ຄວາມດີ​ຂອງ​ຕົນ, ເປັນ​ແບບຢ່າງ​ທີ່​ດີ ໃນ​ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ ກໍ​ຄື​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ລັດ​ວາງ​ອອກ ໃຫ້​ຖືກຕ້ອງ, ມີ​ຄວາມ​ສາມັກຄີ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ ຖິ່ນ, ສືບຕໍ່​ສຶກ​ສາ​ອົບຮົມ​ລູກ​ຫຼານ​ໃຫ້​ເປັນ​ຄົນຮູ້​ຜູ້ດີ ແລະ ເປັນ​ຜູ້​ສືບ​ທອດ​ອັນ​ດີງາມ. ໂດຍ: ໂຄສະນາ103, ອາ​ນຸ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ