ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ເປີດ​ຊຸດ​ເຝິກອົບຮົມ​ວຽກ​ງານ​ຕ້ານ ແລະ ສະກັດ​ກັ້ນ​ອັກຄີ​ໄພ​
ເວລາອອກຂ່າວ: 2026-09-16 15:05:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ວັນ​ທີ 9 ກັນຍາ 2026 ນີ້, ຢູ່​ທີ່ ກອງພັນ​ໃຫຍ່ 643 ໄດ້​ເປີດ​ຊຸດ​ເຝິກອົບຮົມ​ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ໃຫ້​ພະ ນັກງານ-ນັກຮົບ, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ໂທ ຈິດ​ຕະ​ສອນ ພັນທະ​ວົງ ຮອງ​ຫົວ​​ໜ້້າ​ກົມ​ຕຳຫຼວດ ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ກະຊວງ​ປ້ອງ​ກັນ​ ຄວາມ​ສະຫງົບ, ມີ ສະຫາຍ ພັນ​ ໂທ ຖາວອນ ແສງ​ສະ​ທອງ ຫົວ ໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 643, ສະຫາຍ ພັນ​ໂທ ຈັນ​ທອງ​ຫວ່າງ ຫົວໜ້າ​ພະ​ແນກ ສະ ກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ກອງ​ບັນຊາ​ການ ​ປກສ ແຂວງ​ຊຽງ​ຂວາງ, ມີ ທ່ານ ສີ​ໄວ ຄຳ​ພຸດ​ທະ​ວົງ ບໍລິສັດ ລາວ​ດັບ​ເພີງ ປະຈຳ​ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄູ​ເຝິກ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ຈຸດປະສົງ​ການ​ເຝິກອົບຮົມ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ກຽ່ວ​ກັບ​ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຕົວ​ຈິງ ໃນ​ການ​ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ເປັນຕົ້ນ ວິທີ​ປ້ອງ​ກັນ​ຄວາມ​ສ່ຽງ​ຕ່າງໆ, ການ​ແຈ້ງ​ເຕືອນ, ເຕັກນິກ​ການ​​​ມອດ​ໄຟ​ທີ່​ຖືກ​ວິທີ ແລະ ການ​ນຳ​ໃຊ້​ອຸປະກອນ​ແຕ່​ລະ​ຊະນິດ​ໃນ​ການ​ມອດ​ໄຟ, ການ​ບຳລຸງ​ຮັກສາ​ອຸປະກອນ​ມອດ​ໄຟ, ການ​ປະ​ເມີນ​ສະຖານະ​ການ ກ່ອນ​ເຂົ້າ​ຄວມ​ຄຸມ​ສະຖານະ​ການ, ການ​ຊ່ວຍ​ຕົນ​ເອງ ແລະ ຄົນ​ອື່ນ ອອກ​ຈາກ​ສະຖານທີ່​ເກີດ​ອັກຄີ​ໄພ. ຈາກ​ນັ້ນ, ຄູ​ເຝິກ ແລະ ພະນັກ ງານ-ນັກຮົບ ທີ່​ເຂົ້າ​ຮ່ວມ​ເຝິກອົບຮົມ ໄດ້​ສາທິດ​ປະຕິບັດ​ຕົວ​ຈິງ ກ່ຽວ​ກັບ​ວິທີ​ການ​ມອດ​ໄຟ​ຈາກ​ການ​ຮົ່ວ​ໄຫຼ ຂອງ​ເຕົາ​ແກັດ, ວິທີ​ມອດ​ໄຟ ໂດຍ​ໃຊ້​ບັ້ງ​ດັບ​ເພີງ ແລະ ວິທີ​ມອດ​ໄຟ​ຈາກ​ອຸປະກອນ​ອື່ນໆ ຕື່ມ​ອີກ. ທັງ​ນີ້​ເພື່ອ​ເຮັດ​ໃຫ້​ພະນັກ ງານ-ນັກຮົບ ສາມາດ​ແກ້​ໄຂ​ກໍລະນີ​ສຸກ​ເສີນ​ຈາກ​ອັກຄີ​ໄພ ໄດ້​ຢ່າງ​ທັນ​ການ ແລະ ມີ​ປະສິດ​ຜົນ​ສູງ. ໂດຍ: ພູ​ວອນ ໄຊ​ຍະ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ