ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ໂຮງໝໍ​ສູນ​ກາງ 103 ກອງທັບ ປາຖະກະຖາ 3 ວັນ​ປະຫວັດສາດ
ເວລາອອກຂ່າວ: 2026-09-16 15:04:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ວັນ​ທີ 10 ກັນຍາ 2026 ນີ້,ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ປາຖະກະຖາ 3 ວັນ​ປະຫວັດສາດ ຄື: ວັນ​ລັດ​ຖະ​ທຳ​ນູນ ແຫ່ງ ​ສປປ ລາວ ຄົບຮອບ 35 ປີ, ວັນ​ສ້າງຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບຮອບ 76 ປີ ແລະ ວັນ​ຍຶດ​ອຳນາດ​ທົ່ວ​ປະເທດ ຄົບຮອບ 51 ປີ, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ໄພ​ວັນ ໄຊ​ພູບານ ຮອງ​ອຳນວຍ​ການ, ຫົວໜ້າ​ຫ້ອງ​ພະ ລາ​ທິ​ການ-ເຕັກນິກ ໂຮງໝໍ​ສູນ​ກາງ 103 ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ ພ້ອມ​ດ້ວຍ ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ. ການ​ປາຖະກະຖາ​ຄັ້ງ​ນີ້, ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ແລະ ພະນັກງານ-ແພດ​ໝໍ ໄດ້​ຮັບ​ຮູ້​ເຖິງ​ປະຫວັດ​ຄວາມ​ເປັນ​ມາ ຂອງ​ວັນ ​ປະຫວັດສາດ​ສຳຄັນ​ດັ່ງກ່າວ ເພື່ອ​ຮ່ຳຮຽນ​ເອົາ​ບົດຮຽນ​ອັນ​ດີ, ຄວາມ​ເປັນ​ແບບຢ່າງ, ຄວາມ​ເສຍສະຫຼະ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ຂອງ​ບັນພະບຸລຸດ ແລະ ຜູ້ນຳ​ຮຸ່ນ​ກ່ອນ ທີ່​ເພິ່ນ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ ເພື່ອ​ປະເທດ​ຊາດ ໂດຍ​ມີ​ພັກ​ປະຊາຊົນ​ປະຕິວັດ​ລາວ ເປັນ​ຜູ້ນຳ​ພາ​ຕໍ່ສູ້​ສາມາດ​ຍາດ​ໄຊຊະນະ ແລະ ຮັກສາ​ໄດ້​ໝາກຜົນ​ແຫ່ງ​ການ​ປະຕິວັດ ໃນ​ພາລະກິດ​ປົກ ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ ໃຫ້​ພະນັກງານ​ຮຸ່ນ​ສືບ​ທອດ ໄດ້​ຮຽນ​ຮູ້​ຄວາມ​ເສຍ ສະຫຼະ, ຜົນງານ​ການເຄື່ອນໄຫວ ແລະ ພ້ອມ​ກັນ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ໃຫ້​ມີ​ຜົນສຳເລັດ. ໂດຍ: ໂຊກ​ທະວີ ແກ້ວ​ບຸດຕະລາດ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ