ກອງພົນທີ 4 ເປີດການຮຽນ-ການສອນ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ XV ແລະ ກໍ່ສ້າງເລັ່ງລັດບັນຊາ-ນຳພາຂັ້ນໝວດ, ກອງຮ້ອຍ ຊຸດທີ lII ປະຈຳສົກຮຽນ 2026-2027
ເວລາອອກຂ່າວ: 2026-09-16 10:50:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ: ![]()
ວັນທີ 15 ກັນຍາ 2026 ນີ້, ຢູ່ສູນເຝິກອົບຮົມ ກອງພົນທີ 4 ໄດ້ເປີດການຮຽນ-ການສອນ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ XV ລະບົບ 1 ປີ ແລະ ກໍ່ສ້າງເລັ່ງລັດບັນຊາ-ນຳພາຂັ້ນໝວດ, ກອງຮ້ອຍ ຊຸດທີ lII ລະບົບ 10 ເດືອນ ປະຈຳສົກຮຽນ 2026-2027 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາສູນເຝິກອົບຮົມ, ຄູ-ອາຈານ ແລະ ນັກຮຽນນາຍສິບ, ນັກຮຽນກໍ່ສ້າງເລັ່ງລັດບັນຊາ-ນຳພາ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສົມລິດ ຄຳມິ່ງສະຫວັດ ຮອງຫົວໜ້າການທະຫານ ສູນເຝິກອົບຮົມ ກອງພົນທີ 4 ໄດ້ຜ່ານແຜນການກໍ່ສ້າງນາຍສິບທະຫານຮາບ ຊຸດທີ XV ລະບົບ 1 ປີ ແລະ ແຜນການກໍ່ສ້າງເລັ່ງລັດບັນຊາ-ນຳພາຂັ້ນໝວດ, ກອງຮ້ອຍ ຊຸດທີ lII ລະບົບ 10 ເດືອນ ປະຈຳສົກປີຮຽນ 2026-2027 ຂອງສູນເຝິກອົບຮົມ ກອງພົນທີ 4 ໃນນີ້, ນັກຮຽນກໍ່ສ້າງນາຍສິບ ຈະໄດ້ຮຽນ ກ່ຽວກັບໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ວິຊາສະເພາະ, ກິລາກາຍະກຳ, ວຽກງານການເມືອງ, ວຽກງານເສນາທິການ, ບັນດາເຫຼົ່າຮົບວິຊາສະເພາະ, ສິລະປະຍຸດທະຫານຮາບ, ປືນໃຫຍ່ແບກຫາບ, ຍຸດທະວິທີທະຫານຮາບ ແລະ ນັກຮຽນກໍ່ສ້າງເລັ່ງລັດບັນຊາ-ນຳພາຂັ້ນໝວດ, ກອງຮ້ອຍ ຈະໄດ້ຮຽນກ່ຽວກັບ ພາກວິຊາສະເພາະທົ່ວໄປ, ພາກການເມືອງ: ວຽກງານພັກ-ວຽກງານການເມືອງ, ວຽກງານກໍ່ສ້າງຮາກຖານ; ພາກການທະຫານ: ລະບຽບງົດງາມ, ກິລາກາຍະກຳ, ແຜນທີ່, ຄຸ້ມຄອງທັບ, ວຽກງານເສນາທິການ, ສິລະປະຍຸດ-ຍຸດທະວິທີທະຫານຮາບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນໍາແຕ່ລະຂັ້ນ, ຄູ-ອາຈານ ແຕ່ລະພາກວິຊາ ຈົກຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມເປັນເຈົ້າການໃນການຊີ້ນຳຢ່າງຈິງຈັງ, ເອົາໃຈໃສ່ສິດສອນຕາມຫຼັກສູດທີ່ກຳນົດໄວ້, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ ຄູ-ອາຈານ ກັບ ນັກຮຽນ, ນັກຮຽນ ກັບ ປະຊາຊົນ ອ້ອມຂ້າງ, ສຶກສາອົບຮົມໃຫ້ເຂົາເຈົ້າມີຄວາມອົດທົນຜ່ານຜ່າ ຕໍ່ອຸປະສັກ ແລະ ສະພາບອາກາດພູມີປະເທດ ເພື່ອພ້ອມກັນຂ້າມຜ່ານ ບັນລຸໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບທີ່ຂັ້ນເທິງ ກຳນົດໄວ້.
ຂ່າວໂດຍ: ໂພຄຳ ພອນປະເສີດ
ພາບໂດຍ: ອານຸສັກ ຈູມມະນີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















