ທະນາຄານແຫ່ງ ສປປ ລາວ ພາກເໜືອປະຈຳແຂວງອຸດົມໄຊ ມອບເງິນກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2026-09-16 10:45:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ: ![]()
ໃນວັນທີ 11 ກັນຍາ 2026 ນີ້, ທ່ານ ແອ ສ້ອຍສຸວັນ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ປະຈຳແຂວງອຸດົມໄຊ ພ້ອມດ້ວຍພະ ນັກງານທະນາຄານ ໄດ້ມອບເງິນຈຳນວນ 19.000.000 ກີບ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ເພື່ອເປັນການປະກອບສ່ວນຊຸກຍູ້ຂະບວນການກິລາກອງບັນຊາການທະຫານແຂວງອຸດົມໄຊ ທີ່ຈະເຂົ້າຮ່ວມງານແຂ່ງຂັນກິລາບານເຕະຊີງ ຂັນ ທ່ານປະທານຄະນະກຳມະ ການປົກຄອງແຂວງ ຄັ້ງທີ I ປະ ຈຳປີ 2026 ໃຫ້ມີບັນຍາກາດເບີກບານມ່ວນຊື່ນໃຫ້ກຽດກ່າວຮັບໂດຍ ສະຫາຍ ພັນເອກ ຄຳຜາຍ ໄຊປັນຍາ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ຄຳຜາຍ ໄຊປັນຍາ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ແລະ ຄະນະຮັບຜິດຊອບນັກກິລາ ໄດ້ກ່າວສະແດງຄວາມຂອບໃຈມາຢັງ ທ່ານ ແອ່ ສ້ອຍສຸວັນ ພ້ອມດ້ວຍພະນັກງານທະນາຄານທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ນຳເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້ ແລະ ອວຍພອນໄຊອັນປະເສີດມາຍັງຄະນະນຳຜູ້ບໍລິຫານທະນາຄານແຫ່ງ ສປປ ລາວ ປະຈຳແຂວງອຸດົມໄຊ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກໃນຊີວິດສວນຕົວ ແລະ ຄອບຄົວ ພ້ອມທັງໃຫ້ຄຳໝັ້ນສັນ ຍາວ່າຈະນຳເອົາວັດຖຸປັດໄຈດັ່ງ ກ່າວນີ້ໄປໝູນໃຊ້ເຂົ້າໃນການເຝິກຊ້ອມ ແລະ ແຂ່ງຂັນກິລາ ເນື່ອງໃນໂອກາດງານແຂ່ງຂັນກິລາບານເຕະອຸດົມໄຊ ລາວລີກ 2 ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ຄັ້ງ ທີ I ປະຈຳປີ 2026 ໃຫ້ມີປະ ສິດທິພາບສູງ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















