ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ເອົາໃຈໃສ່​ວຽກ​ງານ​ເຕັກນິກ ແກ້​ໄຂ​ບັນຫາ ພາຫະນະ​ເປ່​ເພ ຢ່າງ​ທັນ​ການ ໃນ​ບັ້ນ​ເຝິກຊ້ອມ ຂະ​ບວນ​ລົດໄຟ​ສັນຕິພາບ-2026
ເວລາອອກຂ່າວ: 2026-09-16 10:42:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ສະຫາຍ ພັນ​ເອກ ວິລະວອນ ບຸນ​ທະ​ວົງ ຮອງ​ຫົວໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ພະລາທິການ​ກອງທັບ, ຫົວໜ້າ​ອະນຸ​ກຳມະ ການ​ເຕັກນິກ ບັ້ນ​ເຝິກຊ້ອມຮ່ວມ​ ກອງທັບ ລາວ-ຈີນ ພາຍ​ໃຕ້​ລະ ຫັດ “ຂະ​ບວນ​ລົດໄຟ​ສັນຕິພາບ- 2026” ໃຫ້​ສຳພາດ​ວ່າ: ພາຍ ຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ, ອະນຸ​ກຳມະການ​ເຕັກນິກ​ໄດ້​ຮີບ​ຮ້ອນ​ເຊື່ອມ​ຊຶມ ແລະ ວາງ​ແຜນ​ຈັດ​ຕັ້ງ​ປະຕິບັດ ໂດຍ​ເລີ່ມ​ເຂົ້າ​ຍຶດ​ສະໜາມ​ແຕ່​ວັນ​ທີ 5 ກັນຍາ 2026. ຈາກ​ນັ້ນ ໄດ້​ຈັດ​ຕັ້ງ​ພາກ​ສະໜາມ ແລະ ມອບ​ໝາຍ​ໜ້າທີ່​ໃຫ້​ແຕ່​ລະ​ພາກສ່ວນ​ຮັບຜິດຊອບ ເພື່ອ​ຮັບປະກັນ​ວຽກ​ງານ​ເຕັກນິກ ມີ​ຄວາມ​ພ້ອມ ແລະ ສາມາດ​ຮັບ ປະກັນ​ການ​ເຝິກຊ້ອມ​ໄດ້​ຢ່າງ​ມີ​ປະສິດທິພາບ ເຊິ່ງໃນ​ການ​ຈັດ​ກຳລັງ​ພາກ​ສະໜາມປະກອບມີ: ໜ່ວຍ​ງານ​ສ້ອມແປງ ສຳລັບ​ກວດກາ ແລະ ແກ້​ໄຂ​ພາຫະນະ, ເຄື່ອງ​ຈັກ ແລະ ອຸປະກອນ​ທີ່​ໃຊ້​ໃນ​ການ​ເຝິກຊ້ອມ; ມີ​ລົດ​ດັບ​ເພີງ​ດ່ວນ ເພື່ອ​ກຽມພ້ອມ​ຮັບ​ມື​ກັບ​ເຫດ​ອັກຄີ​ໄພ ແລະ ນຳ​ໃຊ້​ເຄື່ອງ​ຈັກ​ຍົກຍໍ​ໜັກ ເພື່ອ​ສະໜັບສະໜູນ​ວຽກ​ງານ​ທີ່​ຈຳເປັນ​ຢູ່​ພາກ​ສະ ໜາມ. ສຳລັບ​ການ​ປະຕິບັດ​ໜ້າທີ່ມີ ທັງ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ. ໃນ​ນັ້ນ​ແມ່ນພາຫະນະ​ບາງ​ຄັນ​ທີ່​ນຳ​ມາ​ໃຊ້​ໃນ​ການ​ເຝິກຊ້ອມ​ມີ​ອາຍຸ​ການ​ນຳ​ໃຊ້​ມາ​ດົນ, ຈຶ່ງ​ອາດ​ເກີດ​ການ​ຂັດຂ້ອງ ຫຼື ເປ່​ເພ​ໄດ້​ໃນ ລະຫວ່າງ​ປະຕິບັດ​ງານ​ຢູ່​ພາກ​ສະໜາມ ແຕ່​ດ້ວຍ​ປະສົບ​ການ ແລະ ການ​ກະກຽມ​ຄວາມ​ພ້ອມ ຂອງ​ພະນັກງານ​ເຕັກນິກ ແລະ ການ​ຈັດ​ກຳລັງ​ຮັບປະກັນ, ເມື່ອ​ເກີດ​ບັນຫາ ກໍ​ສາມາດກວດກາ ແລະ ແກ້​ໄຂ​ໄດ້​ຢ່າງ​ທັນ​ການ. ສະຫາຍ ພັນ​ເອກ ວິລະວອນ ບຸນທະ​ວົງ ໃຫ້​ສຳພາດ​ຕື່ມວ່າ: ເຖິງ​ຈະ​ມີ​ຂໍ້​ຫຍຸ້ງຍາກ​ຈາກ​ສະ ພາບ​ພາຫະນະ ແລະ ອຸປະກອນ, ແຕ່​ດ້ວຍ​ຄວາມ​ຮັບຜິດຊອບສູງ ແລະ ເປັນ​ເຈົ້າ​ການ​ຂອງພະນັກ ງານ​ເຕັກນິກ ຈຶ່ງ​ສາມາດແກ້​ໄຂ ​ໄດ້​ຢ່າງ​ທັນ​ການ ເພື່ອ​ປະກອບ ສ່ວນ​ຮັບປະກັນ​ໃຫ້​ບັ້ນ​ເຝິກຊ້ອມ “ຂະ​ບວນ​ລົດໄຟ​ສັນຕິພາບ- 2026” ສຳເລັດ​ຢ່າງ​ຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ