ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປະກາດການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານເມືອງເມິງ
ເວລາອອກຂ່າວ: 2026-09-16 10:40:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານເມືອງເມິງ, ໂດຍການເປັນປະທານຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ສີວິໄລ ສີແສນດີ ກຳມະການຄະນະພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ພະແນກການ, ຄະນະຈັດຕັ້ງເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານເມືອງເມິງ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນເພັດ ສິນໄຊຍະ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ສີພາ ແພງປັນຍາ ເປັນຫົວໜ້າການທະຫານ ກອງບັນຊາການທະຫານເມືອງເມິງ ແລະ ແລະ ຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນຕີ ສົມຈັນ ມະນີວົງ ເປັນຮັກສາການ ຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ທອງໄລ ສາຍນ້ຳຊຳ ເປັນຫົວໜ້າຂະແໜງໂຄສະນະອົບຮົມ ພະແນກການເມືອງ ກອງບັນຊາການທະຫານເມືອງເມິງ. ໂອກາດນີ້, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ທາງດ້ານວຽກງານຕ່າງໆ ໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ. ໂດຍ: ພາກ ສຸທິປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ