ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ ຂໍ້ກໍານົດຕ່າງໆ ຂອງວຽກງານຊາວໜຸ່ມ ໃນກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-09-16 10:34:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ເຜີຍແຜ່ເອກະສານ ຂໍ້ກຳນົດ ວ່າດ້ວຍວຽກງານຊາວໜຸ່ມ ໃນກອງທັບປະຊາຊົນລາວ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳສະຖິດ ວົງຄຳຈັນ ຫົວໜ້າການເມືອງກອງພັນນັກຮຽນ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຕາງໜ້າບັນດາພະແນກການ, ກອງພັນນັກຮຽນ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳສະຖິດ ວົງຄຳຈັນ ໄດ້ເຜີຍແຜ່ ຂໍ້ກຳນົດ ວ່າດ້ວຍວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ ເຊິ່ງປະກອບມີ VII ໝວດ ແລະ 14 ມາດຕາ, ເຊິ່ງຂໍ້ກໍານົດສະບັບນີ້ ໄດ້ເປັນພື້ນຖານກ່ຽວກັບການຈັດຕັ້ງ, ນໍາພາ, ຊີ້ນໍາວຽກງານຊາວໜຸ່ມ ໃນກອງທັບປະຊາຊົນລາວ, ຄວາມຮັບຜິດຊອບ ຂອງການຈັດຕັ້ງພັກ, ຄວາມຮັບຜິດຊອບຂອງອົງການ, ຂະແໜງການ, ພະນັກງານບັນຊາກົມກອງຮາກຖານ, ຄວາມຮັບຜິດຊອບຂອງການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຕໍ່ກັບວຽກງານຊາວໜຸ່ມ. ຈາກນັ້ນ, ສະຫາຍ ຮ້ອຍໂທ ບຸນຕາ ອິນທະວົງ ຊ່ວຍວຽກຂະແໜງຊາວໜຸ່ມ ໄດ້ຜ່ານ ຂໍ້ກຳນົດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໂຄງປະກອບ, ສິດ ແລະ ໜ້າທີ່ ຂອງພະແນກ, ຂະແໜງ, ຄະນະບໍລິຫານງານ ແລະ ໜ່ວຍຊາວໜຸ່ມຮາກຖານ ໃນກອງທັບປະຊາຊົນລາວ ເຊິ່ງປະກອບມີ VIII ໝວດ ແລະ 22 ມາດຕາ. ໃນນີ້, ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ໂຄງປະກອບ, ລະບອບວິທີເຮັດວຽກ ຂອງ ພະແນກ, ຂະແໜງ, ຄະນະບໍລິຫານງານ ແລະ ໜ່ວຍຊາວໜຸ່ມ ໃນກອງທັບປະຊາຊົນລາວ. ທັງນີ້, ເພື່ອແນໃສ່ຮັບປະກັນ ໃຫ້ການນໍາພາ-ຊີ້ນໍາ, ການຄຸ້ມຄອງ, ກໍ່ສ້າງ, ປັບປຸງການຈັດຕັ້ງຊາວໜຸ່ມ ຢູ່ແຕ່ລະຂັ້ນໃນກອງທັບ ໃຫ້ມີຄວາມເປັນເອກະພາບ, ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນ ແລະ ທັນສະໄໝ, ຫັນເປັນດິຈິຕ໋ອນ ຕາມທິດສ້າງຄວາມເຂັ້ມແຂງເປັນເຈົ້າຕົນເອງ, ເປັນກໍາລັງຫຼັກແຫຼ່ງປະຈັນບານ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ກ້າວຂຶ້ນສູ່ສັງຄົມນິຍົມ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ