ພົນເອກ ຄຳລຽງ ອຸທະໄກສອນ ຢ້ຽມຢາມ ມະຫາວິທະຍາໄລ ປ້ອງກັນຊາດ ກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2026-09-16 10:25:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ທີ່ເຂົ້າຮ່ວມກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 13 ທີ່ ສປ ຈີນ ເປັນເຈົ້າພາບ, ໃນວັນທີ 15 ກັນຍາ 2026 ນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ມະຫາວິທະຍາໄລ ປ້ອງກັນຊາດ ກອງທັບປົດປ່ອຍປະຊາຊົນຈີນ, ໂດຍການຕ້ອນຮັບ ຂອງສະຫາຍ ພົນໂທ ເຊ້ຍຈືເຫີ ຫົວໜ້າການເມືອງ ມະຫາວິທະຍາໄລ ປ້ອງກັນຊາດ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ.
ສະຫາຍ ພົນໂທ ເຊ້ຍຈືເຫີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ທີ່ເດີນການຢ້ຽມຢາມໃນຄັ້ງນີ້, ຖືເປັນນິມິດໝາຍອັນດີ ໃນການສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ສອງກອງທັບ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆ ຂຶ້ນ.
ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ, ມິດຕະພາບອັນດີງາມ, ພ້ອມທັງ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດ ໃນການກໍ່ສ້າງ ແລະ ບຳລຸງພະນັກງານ-ນັກສຶກສາ ຂອງກອງທັບປົດປ່ອຍປະຊາຊົນຈີນ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ສອງກອງທັບ ລາວ-ຈີນ, ຈີນ-ລາວ ຈະເພີ່ມພູນຄູນສ້າງການຮ່ວມມືດ້ານການທະຫານ, ການແລກປ່ຽນບົດຮຽນ ແລະ ການກໍ່ສ້າງຊັບພະຍາກອນມະນຸດ ຮ່ວມກັນໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ຍັງໄດ້ຢ້ຽມຊົມຫໍພິພິທະພັນ ຂອງມະຫາວິທະຍາໄລ ປ້ອງກັນຊາດ ກອງທັບປົດປ່ອຍປະຊາຊົນຈີນ ຕື່ມອີກ.
ໂດຍ: ໄກ່ນ໋ອດ ເລັດນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















