ຮອງຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ເຄື່ອນໄຫວຊຸກຍູ້ ວຽກງານປ້ອງກັນພາຍໃນ ຢູ່ກອງພັນ 419
ເວລາອອກຂ່າວ: 2026-09-16 10:21:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ: ![]()
ວັນທີ 15 ກັນຍາ 2026 ນີ້, ສະຫາຍ ພັນໂທ ບຸນມີ ໄຊສັນຕິ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ ວຽກງານປ້ອງກັນພາຍໃນ ຢູ່ກອງພັນ 419 ເປັນຕົ້ນແມ່ນວຽກງານຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ, ໂດຍການຕ້ອນຮັບ ຂອງຄະນະພັກ-ຄະນະບັນຊາ ກອງພັນ 419 ພ້ອມດ້ຍຄະນະ.
ສະຫາຍ ພັນຕີ ສອນເພັດ ບົວປະເສີດ ຮອງຫົວໜ້າພະແນກປ້ອງກັນພາຍໃນ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ແລະ ຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ການສະກັດກັ້ນ, ການແກ້ໄຂຢາເສບຕິດ ຢູ່ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນກອງທັບ ແລະ ຕາມແຜນການເຄື່ອນໄຫວກວດກາບັນດາປະກົດການຍໍ້ທໍ້ຕ່າງໆ ຢູ່ບັນດາກົມກອງ ທົ່ວກອງບັນຊາການທະຫານແຂວງໄຊຍະບູລີ ປະຈຳປີ 2026 ເພື່ອເຮັດໃຫ້ບັນດາກົມກອງ ທົ່ວກອງບັນຊາການທະຫານແຂວງ ຮັບປະກັນໄດ້ໃນການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ ໂດຍສະເພາະແມ່ນປະກົດການຫຍໍ້ທໍ້-ບັນຫາຢາເສບຕິດ ທີ່ພວມເກີດຂຶ້ນຢູ່ໃນສັງຄົມ ເຊິ່ງເປັນບັນຫາທີ່ເດັ່ນໃນປັດຈຸບັນ ແລະ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ ມີຄວາມເຂົ້າໃຈເລິກເຊິງ ແລະ ຈະແຈ້ງ, ມີຄວາມເປັນເອກະພາບສູງ ຕໍ່ຄວາມຈຳເປັນອັນຮີບດ່ວນ ໃນການຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ເພື່ອພ້ອມເປັນການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ບັນດາກົມກອງ ໃນທົ່ວທະຫານແຂວງໄຊຍະບູລີ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ເປັນການປັບປຸງໃຫ້ກຳລັງ ມີຄວາມເຂັ້ມແຂງຮອບດ້ານ ແລະ ທັນສະໄໝ ຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພັນໂທ ບຸນມີ ໄຊສັນຕິ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ເອົາໃຈໃສສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະ ປຸກລະດົມຊຸກຍູ້ ໃຫ້ພະນັກງານ-ນັກຮົບ ເປັນເຈົ້າການຜັນຂະຫຍາຍເນື້ອໃນຈິດໃຈ ຂອງວາລະແຫ່ງຊາດ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ເຂົ້າສູ່ວຽກງານຕົວຈິງ ຂອງກົມກອງ ເພື່ອສ້າງກົມກອງ ໃຫ້ກາຍເປັນກົມກອງ ປອດໃສ, ປອດໄພ, ປອດຄະດີ ແລະ ເພື່ອເປັນເງື່ອນໄຂໃນການສ້າງໜ່ວຍພັກ ໃຫ້ກາຍເປັນໜ່ວຍພັກປອດ ໃສເຂັ້ມແຂງ ໜັກແໜ້ນ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















