ກົມໃຫຍ່ເຕັກນິກກອງທັບ ມອບການຍ້ອງຍໍ, ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ແລະ ປະດັບທຽບຊັ້ນນາຍທະຫານ
ເວລາອອກຂ່າວ: 2026-09-16 10:04:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ: ![]()
ວັນທີ 15 ກັນຍາ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ມອບການຍ້ອງຍໍ, ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຢູ່ກົມໃຫຍ່ເຕັກນິກກອງທັບ ໃນນີ້, ມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ກົມກອງລວມໝູ່ 6 ກົມກອງ, ບຸກຄົນ 19 ສະຫາຍ, ມອບໃບຍ້ອງຍໍໃຫ້ບຸກຄົນ 17 ສະຫາຍ; ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ສາຍຄຳ ເມືອງວົງ ເປັນຮອງຫົວໜ້າສາງ ຮັບຜິດຊອບວຽກງານຄຸ້ມຄອງສາງ ທັງເປັນຫົວໜ້າພະແນກເຕັກນິກ ສາງກົນຈັກ 2; ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກ ທີ່ຂຶ້ນກັບກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ລຳໄພ ວົງຄຳຊາວ ເປັນຫົວໜ້າພະແນກສັງລວມ, ສະຫາຍ ພັນໂທ ສົມພັນ ທຳມະວົງ ເປັນຫົວໜ້າພະແນກເຕັກນິກລົດຊ່າງແສງ, ສະຫາຍ ພັນໂທ ບຸນນານ ແກ້ວທອງເພັດ ເປັນຫົວໜ້າພະແນກວັດຖຸ-ອາໄຫຼ່, ສະຫາຍ ພັນຕີ ວິໄລພອນ ແສງຄຳຢອງ ເປັນຫົວໜ້າພະແນກເຕັກນິກລົດຕັງ-ຍານເກາະ, ສະຫາຍ ພັນຕີ ແກ້ວພູວົງ ຊໍປັນຍາ ເປັນຫົວໜ້າພະແນກເຕັກນິກປ້ອງກັນອາກາດ, ສະຫາຍ ພັນໂທ ສຸວັນ ປັນຍາສອນ ເປັນຮອງຫົວໜ້າພະແນກເຕັກນິກປືນໃຫຍ່ໜ້າດິນ, ສະຫາຍ ພັນຕີ ພຸດທະສັກ ສິດທິວົງ ເປັນຮອງຫົວໜ້າພະແນກເຕັກນິກລົດຊ່າງແສງ, ສະຫາຍ ພັນຕີ ແກ້ວພູທອງ ຊໍປັນຍາ ເປັນຮອງຫົວໜ້າພະແນກສັງລວມ, ສະຫາຍ ຮ້ອຍເອກ ດວງໃຈ ພິມມະສັກ ເປັນຮອງຫົວໜ້າພະແນກເຕັກນິກປ້ອງກັນອາກາດ; ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກ ສາງກົນຈັກ 2 ຄື: ສະຫາຍ ພັນໂທ ໂພສີ ສຸກທະວີໄຊ ເປັນຫົວໜ້າພະແນກຄຸ້ມຄອງສາງ, ສະຫາຍ ພັນໂທ ແສງຄຳ ແກ້ວມະນີວົງ ເປັນຫົວໜ້າພະແນກແຜນການບໍລິຫານສັງລວມ, ສະຫາຍ ພັນໂທ ຜາດອນ ອາໄລຄິດ ເປັນຮອງຫົວໜ້າພະແນກຄຸ້ມຄອງສາງ, ສະຫາຍ ພັນຕີ ພູນແສງ ສີສົມພັນ ເປັນຮອງຫົວໜ້າພະແນກເຕັກນິກ; ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັງ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນ ຮຽນຈົບວິຊາສະເພາະຈາກສາຍລັດ ໃນນັ້ນ, ປະດັບທຽບຊັ້ນ ຮ້ອຍໂທ 58 ສະຫາຍ, ຮ້ອຍຕີ 7 ສະຫາຍ ພ້ອມທັງຜ່ານໜັງສືນຳສົ່ງໄປໃຫ້ບັນດາຫົວໜ່ວຍກົມກອງຕ່າງໆ ຈຳນວນ 34 ສະຫາຍ.
ພ້ອມນັ້ນ, ຍັງຜ່ານມະຕິຕົກລົງ ຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ດາວອນ ວົງໜໍ່ປາງທອງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ສີສຸພັນ ທອງສະຫວັດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພັນຕີ ບຸນຫຼົງ ສີສຸຮັກ ເປັນກໍາມະການກວດກາ ໜ່ວຍພັກ ກອງລົດລາກ ຕື່ມອີກ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















