ກອງພັນໃຫຍ່ 202 ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ
ເວລາອອກຂ່າວ: 2026-09-16 09:55:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ: ![]()
ວັນທີ 15 ກັນຍາ 2026 ນີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ປາຖະກະຖາມູນເຊື້ອ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງພົນທີ 2 (12 ຕຸລາ 1981-12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ອະດີດ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ໄດ້ຍົກໃຫ້ເຫັນເຖິງປະຫວັດ, ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງພົນທີ 2 ຕະຫຼອດໄລຍະ 45 ປີຜ່ານມາ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດໜ້າທີ່ ອັນມີກຽດສະຫງ່າ ຂອງກົມກອງພົນທີ 2 ໃນການປົກປັກຮັກສາເຂດນ້ຳແດນດິນ, ຮັບປະກັນຄວາມສະຫງົບປອດໄພ ຂົງເຂດທີ່ກົມກອງຮັບຜິດຊອບ ແລະ ເຮັດສຳເລັດໜ້າທີ່ວຽກງານ ຕາມທີ່ໄດ້ຮັບມອບໝາຍ ປະກອບສ່ວນສຳຄັນເຂົ້າໃນໄຊຊະນະລວມ ຂອງຊາດ ແລະ ສະແດງໃຫ້ເຫັນວ່າ ຜົນສຳເລັດຕ່າງໆ ທີ່ກ່າວມານັ້ນ ລ້ວນແຕ່ໄດ້ສະໜິດຕິດພັນກັບທຸກຂະບວນການ ຂອງກຳລັງປະກອບອາວຸດທ້ອງຖິ່ນ ແລະ ການເຂົ້າຮ່ວມ ຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ.
ທັງນີ້, ເພື່ອເປັນການປຸກຈິດສຳນຶກ ໃຫ້ພະນັກງານ-ສະມາຊິກພັກ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ ທີ່ສ້າງມາໄດ້ນັ້ນ ໃຫ້ຢູ່ຄູ່ນາມມະຍົດ ວິລະຊົນ ກອງພັນທີ 2 ແລະ ກອງພົນທີ 2 ຕະຫຼອດໄປ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















