ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫ້ອງເສນາທິການ ກອງພົນທີ 4 ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-15 10:56:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ວັນທີ 11 ກັນຍາ 2026 ນີ້, ຫ້ອງເສນາທິການ ກອງພົນທີ 4 ໄດ້ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Vl ອົງຄະນະພັກກະຊວງປ້ອງກັນປະເທດ, ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ຍ້ອງຍໍຜົນງານ 5 ປີ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນລ້ວນ ໄຊຍະລາດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ຄະນະໜ່ວຍພັກ, ພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມ. ໃນກອງປະຊຸມ, ບັນດາຄະນະພັກ-ຄະນະບັນຊາ ຫ້ອງເສນາທິການ ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານສຳຄັນ ຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວແລະ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Vl ອົງຄະນະພັກກະຊວງປ້ອງກັນປະເທດ ຄື: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ, ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຂໍ້ກຳນົດ ວ່າດ້ວຍວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ ແລະ ເອກະສານອື່ນໆ ທີ່ສໍາຄັນ ຍົກໃຫ້ເຫັນເຖິງເນື້ອໃນຕົ້ນຕໍ, ທິດທາງວິໄສທັດ, ທັດສະນະ ແລະ ຄາດໝາຍສູ້ຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່, ການແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ໄຊບັນດິດ ນວນຈັນ ກໍາມະການຄະນະພັກຮາກຖານ, ຫົວໜ້າພະແນກກໍາລັງພົນ ຫ້ອງເສນາທິການ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາກົມກອງ ທີ່ຂຶ້ນກັບຄະນະພັກກອງພົນທີ 4 ປະຈຳປີ 2025 ໃນນັ້ນ, ຄະນະພັກຮາກຖານ ຫ້ອງເສນາທິການ ໄດ້ຮັບການຢັ້ງຢືນ 2 ໜ່ວຍພັກ, ພ້ອມທັງ ຜ່ານລັດຖະດໍາລັດ ຂອງປະທານປະເທດ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍ້ອງຍໍ ໃຫ້ພະນັກງານ-ນັກຮົບ ທົ່ວກອງພົນທີ 4 ຜູ້ທີ່ມີຜົນງານດີເດັ່ນເຂົ້າໃນການປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024) ໃນນັ້ນ, ຢູ່ຫ້ອງເສນາທິການ ໄດ້ຮັບການປະດັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 5 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 15 ສະຫາຍ, ຫຼຽນກາແຮງງານ 11 ສະຫາຍ, ໄດ້ຮັບໃບຍ້ອງຍໍລັດຖະບານ 10 ສະຫາຍ ແລະ ຫຼຽນກຽດຕິຄຸນ ກະຊວງປ້ອງກັນປະເທດ 4 ສະຫາຍ. ໂດຍ : ພອນເທບ ຈອມມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ