ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງພັນ 609 ກອງບັນຊາການທະຫານແຂວງໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-09-15 10:49:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:



ວັນທີ 14 ກັນຍາ 2026 ນີ້, ກອງພັນ 609 ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນໂທ ບຸນຍົງ ສີປະເສີດ ຫົວໜ້າການເມືອງ ແລະ ສະຫາຍ ພັນໂທ ອູ້ຍໄຊ ໄຊສັນຕິ ຫົວໝ້າການທະຫານ ກອງພັນ 609, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການປາຖະກະຖາ ໃນຄັ້ງນີ້ ເພື່ອສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໄດ້ຮ່ຳຮຽນເອົາບົດຮຽນອັນດີ, ຄວາມເປັນແບບຢ່າງ, ຄວາມເສຍສະຫຼະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ຂອງບັນພະບຸລຸດ ແລະ ຜູ້ນຳຮຸ່ນກ່ອນ ທີ່ເພິ່ນໄດ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ໂດຍມີພັກປະຊາຊົນປະຕິວັດລາວ ເປັນຜູ້ນຳພາຕໍ່ສູ້ສາມາດຍາດໄຊຊະນະ ແລະ ຮັກສາໄດ້ໝາກຜົນແຫ່ງການປະຕິວັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການປຸກຈິດສຳນຶກ ໃຫ້ພະນັກງານຮຸ່ນສືບທອດ ໄດ້ຮຽນຮູ້ມູນເຊື້ອ, ຜົນງານການເຄື່ອນໄຫວ ຂອງ ສສ ຫວຽດນາມ ແລະ ພ້ອມກັນນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສຳເລັດ. ໂດຍ: ຄໍາພັນ ກັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ