ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງພົນທີ 1 ປີດຊຸດອົບຮົມວຽກງານພັກ-ວຽກງານການເມືອງ ໄລະຍະສັ້ນ ຂັ້ນກອງຮ້ອຍ ປະຈໍາປີ 2026
ເວລາອອກຂ່າວ: 2026-09-15 10:46:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ:



ວັນທີ 11 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ຫ້ອງການເມືອງ ກອງພົນທີ 1 ໄດ້ປີດຊຸດອົບຮົມວຽກງານພັກ-ວຽກງານການເມືອງ ໄລະຍະສັ້ນ ຂັ້ນກອງຮ້ອຍ ຊຸດທີ IV ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຄະນະປະຈໍາພັກກອງພົນ, ຫົວໜ້າຫ້ອງການເມືອງ ກອງພົນທີ 1, ມີບັນດາຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ພູວຽງ ອາລຸນຊົມ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງພົນທີ1 ໄດ້ຜ່ານມາບົດສະຫຼຸບຜົນສຳເລັດການເຝິກອົບຮົມໄລຍະສັ້ນ ວຽກງານພັກ-ວຽກງານການເມືອງ ຂັ້ນກອງຮ້ອຍ ຊຸດທີ IV ທົ່ວກອງພົນທີ 1 ເຊິ່ງຄະນະຮັບຜິດຊອບ, ຄູ-ອາຈານ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງຕົນ, ນັກເຝິກອົບຮົມທຸກສະຫາຍ ມີຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ, ເຫັນໄດ້ຄວາມໝາຍ ຄວາມສໍາຄັນ ແລະ ສາມາດຮັບຮູ້, ເຊື່ອມຊຶມ ກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາທີ່ນຳມາເຝິກອົບຮົມ ເຊິ່ງສະແດງອອກສາມາດເຮັດສຳເລັດໜ້າທີ່ ການຮຽນ-ການສອນ ບັນລຸໄດ້ຕາມຄາດໝາຍ 100% ພ້ອມນັ້ນ, ຍັງມີຄວາມຮັບຜິດຊອບສູງ ຕໍ່ບັນດາຂໍ້ກຳນົດ, ກົດລະບຽບ ແລະ ແຜນການ ຂອງຊຸດອົບຮົມ. ສາມາດຕີລາຄາຜົນໄດ້ດັ່ງນີ້: ຂັ້ນເກັ່ງ 12 ສະຫາຍ ເທົ່າກັບ 15,18%, ຂັ້ນກາງ 58 ສະຫາຍ ເທົ່າກັບ 73,41% ແລະ ຄາດໝາຍ 9 ສະຫາຍ ເທົ່າກັບ 11,39%. ຈາກນັ້ນ, ສະຫາຍ ພັນໂທ ຄຳພັດ ສີວິໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ມອບໃບຢັ້ງຢືນ ໃຫ້ນັກເຝິກອົບຮົມ ວຽກງານພັກ-ວຽກງານການເມືອງ ຂັ້ນກອງຮ້ອຍຊຸດທີ IV ທົ່ວກອງພົນທີ 1 ປະຈໍາປີ 2026 ຈໍານວນ 79 ສະຫາຍ, ຍິງ 3 ສະຫາຍ. ໂດຍ: ຊັນໂດ ລາດຊະພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ