ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດຊຸດອົບຮົມ - ຫັດແອບວຽກງານ ປກຊ - ປກສ ເປົ້າໝາຍ III ຊຸດທີ I
ເວລາອອກຂ່າວ: 2019-11-06 09:28:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ຊຸດອົບຮົມ-ຫັດແອບວຽກ ງານ ປກຊ-ປກສ ໃຫ້ແກ່ພະນັກ ງານການນໍາ, ຂັ້ນນະຄອນ-ເມືອງ, ເປົ້າໝາຍ III ຊຸດທີ I ໄດ້ປິດລົງໃນທ້າຍເດືອນຕຸລາ 2019 ນີ້, ພາຍຫຼັງທີ່ໄດ້ຮໍ່າຮຽນ ມາເປັນເວລາ 30 ວັນ ຢູ່ທີ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງຈໍາປາສັກ, ໂດຍການເປັນ ປະທານຂອງ ສະຫາຍ ປອ ບຸນ ຖອງ ດີວິໄຊ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງໆ ຈໍາປາສັກ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ມີສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຮອງປະທານ ປກຊ - ປກສ ແຂວງ, ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈໍາປາສັກ, ມີ ບັນດາຫົວໜ້າກົມການທະຫານ ທ້ອງຖິ່ນ, ແຂກຖືກເຊີນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກເຝິກອົບຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ອຸດົມ ສີຫາວົງ ຫົວໜ້າພະແນກການທະຫານ ທ້ອງຖິ່ນທະຫານແຂວງຈໍາປາ ສັກ, ໄດ້ຂຶ້ນຜ່ານບົດສະຫຼຸບຜົນ ການອົບຮົມ-ຫັດແອບຍົກໃຫ້ເຫັນ ຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ ຖອດຖອນໄດ້. ບັ້ນເຝິກອົບຮົມໃນຊຸດນີ້ມີນັກສໍາມະນາກອນຈາກພະແນກການອ້ອມຂ້າງແຂວງ, ມີຄະນະນໍາຈາກ 9 ຕົວເມືອງ 1 ນະຄອນ ເຂົ້າຮ່ວມທັງໝົດ 62 ສະຫາຍ, ຍິງ 5 ສະຫາຍ, ເອກະ ສານທີ່ນໍາມາອົບຮົມປະກອບມີເອກະສານວຽກງານ ປກຊ- ປກສ ໃນໄລຍະໃໝ່, ທີ່ຕັ້ງພາ ລະບົດບາດຈຸດພິເສດໜ້າທີ່ຄາດ ໝາຍວຽກງານເສນາທິການໃຫ້ ຄະນະພັກ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງ ທ້ອງຖິ່ນເອກະສານຄົ້ນຄວ້າ ວຽກງານການຈັດຕັ້ງປຸກລະດົມຂົນຂວຍມະຫາຊົນເຂົ້າ ຮວ່ມວຽກງານ ປກຊ - ປກສ ແລະ ຮັກສາຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ເອກະ ສານອື່ນໆທີ່ສໍາຄັນອີກຈໍານວນ ໜຶ່ງ, ການອົບຮົມມີທັງພາກທິດ ສະດີ ແລະ ພາກລົງສະໜາມຫັດ ແອບຕົວຈິງ, ຜ່ານການອົບຮົມສາ ມາດຕີລາຄາຄວາມຮັບຮູ້ເຂົ້າໃຈ ຂອງນັກເຝີກອົບຮົມດ້ານທິດສະ ດີໄດ້ 95%, ພາກຫັດແອບຕົວຈິງ ໄດ້ 85%. ໃນການເປີດຊຸດອົບ ຮົມດັ່ງກ່າວກໍເພື່ອເຮັດໃຫ້ພະນັກ ງານຂັ້ນນໍາທີ່ເຂົ້າຮ່ວມໄດ້ຍົກລະ ດັບຄວາມຮັບຮູ້, ຄວາມສາມາດ ຄວາມເຂົ້າໃຈໃນວຽກງານ ປກຊ- ປກສ ເພື່ອເຮັດໃຫ້ການຊີ້ນໍາ-ນຳພາບັນດາວຽກງານດັ່ງກ່າວໄດ້ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດໃນທົ່ວແຂວງ. ໃນຕອນທ້າຍຍັງໄດ້ຮັບຟັງການ ໂອ້ລົມຈາກ ສະຫາຍ ປອ ບຸນຖອງ ດີວິໄຊ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ມີ ເນື້ອໃນ ແລະ ໄດ້ຕາມຈຸດປະສົງ ຄາດໝາຍຂອງບັ້ນອົບຮົມ-ຫັດ ແອບໃຫ້ມີປະສິດທິພາບສູງ. ໂດຍ: ທິບມະນີວັນ ຄຳວິເສດ ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ