ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຍົກ​ສູງ​ການ​ເຝິກຊ້ອມ ທັງ​ຮຽນ​ຮູ້​ເຄື່ອງມື​ທັນ​ສະໄໝ ເພື່ອ​ວຽກ​ງານ​ກອບ​ກູ້​ຜູ້​ປະສົບ​ໄພ
ເວລາອອກຂ່າວ: 2026-09-15 09:20:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ສະຫາຍ ຮ້ອຍ​ໂທ ຄຳ​ຫຼ້າ ບົວລະພາ ນັກ​ສຶກ​ສາ​ປະລິນຍາ​ຕີ ປີ​ທີ 6 ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ເຂົ້າ​ຮ່ວມ​ການ​ເຝິກຊ້ອມ​ຮ່ວມ ກອງທັບ​ລາວ-ຈີນ ໃນ​ພາລະກິດ​ດ້ານ​ມະ ນຸດສະທຳ ແລະ ການ​ບໍລິການ​ດ້ານ​ການ​ແພດ ໃຫ້​ສຳພາດ​ວ່າ: ການ​ເຂົ້າ​ຮ່ວມ​ເຝິກຊ້ອມ​ໃນ​ຄັ້ງ​ນີ້ ນອກຈາກ​ເປັນ​ໂອກາດ​ໃນ​ການ​ນຳ​ເອົາ​ຄວາມ​ຮູ້​ຈາກ​ບົດຮຽນ​ມາ​ທົດ​ສອບ​ໃນ​ສະພາບ​ການ​ເຝິກຊ້ອມ​ຕົວ​ຈິງ​ແລ້ວ ຍັງ​ເປັນ​ບົດຮຽນ​ສຳຄັນ​ໃນ​ການ​ກະກຽມ​ຄວາມ​ພ້ອມ ໃຫ້​ສາມາດ​ປະຕິບັດ​ພາລະກິດ​ຊ່ວຍເຫຼືອ​ປະຊາຊົນ​ເມື່ອ​ເກີດ​ເຫດ​ສຸກ​ເສີນ ຫຼື ໄພພິ ບັດ. ສຳລັບ​ການ​ເຝິກຊ້ອມ​ໃນ​ສະ ຖານະ​ການ​ສຸກ​ເສີນ​ນີ້ ເນື້ອ​ໃນ​ສຳຄັນ​ແມ່ນ​ການ​ກອບ​ກູ້​ຄົ້ນ​ຫາ ແລະ ຊ່ວຍເຫຼືອ​ຜູ້​ປະສົບ​ໄພ ໂດຍ​ເນັ້ນ​ການ​ກະກຽມ​ກຳລັງ​ພົນ, ອຸ ປະກອນ, ພາຫະນະ ແລະ ວິທີ​ການ​ປະສານ​ງານ​ໃຫ້​ມີ​ຄວາມ​ພ້ອມ ໃນ​ຂັ້ນ​ຕອນ​ນີ້​ຖື​ເປັນ​ບົດ ຮຽນ​ພື້ນຖານ​ທີ່​ສຳຄັນ ເພາະ​ການ​ກອບ​ກູ້​ຜູ້​ປະສົບ​ໄພ​ຕ້ອງ​ອາໄສ ​ທັງ​ຄວາມ​ຮູ້​ວິຊາ​ການ, ມີ​ລະບຽບ​ວິໄນ, ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື​ເປັນ​ທີມ. ການ​ເຝິກຊ້ອມ​ຍັງ​ເນັ້ນ​ໜັກ​ ໃຫ້​ກຳລັງ​ພົນ​ຮູ້ຈັກ​ການ​ນຳ​ໃຊ້​ອຸ ປະກອນ ແລະ ເຄື່ອງມື​ທັນ​ສະໄໝ ທີ່​ຄະນະ​ຄູ​ເຝິກ​ແພດ​ກອງທັບ ​ສປ ຈີນ ນຳ​ມາ​ແນະນຳ ແລະ ຖ່າຍ​ທອດ​ບົດຮຽນ. ສິ່ງ​ນີ້​ຊ່ວຍ​ເສີມ​ສ້າງ​ຄວາມ​ຮູ້, ທັກ​ສະ ແລະ ຄວາມ​ຊຳນານ​ໃນ​ການ​ປະສານ​ງານ ລະຫວ່າງກຳລັງ​ແພດ​ຂອງ​ສອງ​ກອງທັບ. ສະຫາຍ ຮ້ອຍ​ໂທ ຄຳ​ຫຼ້າ ບົວລະພາ ໄດ້​ສະແດງ​ຄວາມ​ຮູ້ ສຶກ​ວ່າ: ບົດຮຽນ​ຈາກ​ການ​ເຝິກ ຊ້ອມ​ຄັ້ງ​ນີ້ ຈະ​ເປັນ​ທຶນ​ຄວາມ​ຮູ້​ທີ່​ສຳຄັນ​ໃນ​ການ​ປະຕິບັດ​ໜ້າທີ່​ຕົວ​ຈິງ. ພ້ອມ​ກັນ​ນັ້ນ, ການເ​ຝິກ​ຊ້ອມ​ຮ່ວມ​ກອງທັບ ລາວ-ຈີນ ຍັງ​ເປັນ​ສະໜາມ​ເຝິກຊ້ອມ​ແລກປ່ຽນ​ປະສົບ​ການ ແລະ ຍົກ​ສູງ​ຄວາມ​ພ້ອມ​ຮ່ວມ​ກັນ ໃນ​ການ​ຮັບ​ມື​ກັບ​ພາລະກິດ​ມະນຸດສະທຳ ແລະ ຊ່ວຍເຫຼືອ​ປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ