ປະກາດການຈັດຕັ້ງ ຫົວໜ້າພະແນກກວດກາ ກົມ 213
ເວລາອອກຂ່າວ: 2026-09-15 09:16:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ: ![]()
ພິທີ ປະກາດການຈັດຕັ້ງຂັ້ນຫົວໜ້າພະແນກກວດກາ ທີ່ຂຶ້ນກັບກົມ 213, ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີຄະນະພັກ- ຄະນະບັນຊາກົມ 213, ຫ້ອງ ການ, ກອງພັນ, ສູນ, ໂຮງຮຽນ, ພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ວົງໄຊ ຄຳມຸງຄຸນ ຫົວໜ້າພະແນກອົບຮົມຄຸ້ມຄອງພະນັກງານກວດກາ, ກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຕົກລົງແຕ່ງຕັ້ງ ສະ ຫາຍ ພັນໂທ ວັນໄຊ ດວງມາລາ ເປັນຫົວໜ້າພະແນກກວດກາກົມ 213.
ໂອກາດນີ້, ສະຫາຍ ປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຝິກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງທີ່ດີໃນທຸກດ້ານ, ເສີມຂະຫຍາຍບົດບາດການນຳ, ປັບປຸງແບບແຜນວິທີເຮັດວຽກຢ່າງມີຫຼັກການ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້ ຄວາມສາມາດ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















