ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານ
ເວລາອອກຂ່າວ: 2026-09-15 09:15:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນ ຊາ 7 ຫ້ອງ, ພະແນກການ, ຕະ ຫຼອດຮອດນາຍທະຫານຮອດອາຍຸກະສຽນພັກການກຽມຮັບບຳນານ.
ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ພັກການເພື່ອກຽມເຂົ້າຮັບບຳນານ ຈຳນວນ 5 ສະຫາຍ ໃນນີ້ໄດ້ຕົກລົງ: ໃຫ້ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ, ສະຫາຍ ພັນໂທ ຄຳເພັດ ຮັກຂັນສາ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ທະຫານແຂວງບໍ່ ແກ້ວ ພັກການ ເພື່ອປິ່ນປົວສຸຂະ ພາບ, ສະຫາຍ ພັນໂທ ຈັນແກ້ວ ຍົດສົມສັກ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ, ສະຫາຍ ພັນໂທ ນາງ ບົວ ທິບ ເພັດບຸນມີ ຮອງຫົວໜ້າພະແນກເສນາຮັກ ທະຫານແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ, ສະຫາຍ ພັນໂທ ແສງທອງ ຂັນມະນີ ຫົວ ໜ້າຂະແໜງການທະຫານທ້ອງ ຖິ່ນ ກອງບັນຊາການທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພັກການເພື່ອກຽມຮັບບຳນານ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















