ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2026-09-15 09:14:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ໃນ​ວັນ​ທີ 9 ກັນຍາ 2026 ນີ້, ພະ​ແນກ​ສະຫະພັນ​ແມ່ຍິງ ກອງ ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ໄດ້​ເປີດ​ກອງ​ປະຊຸມ ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ປະຈຳ​ປີ 2026 ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2027 ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ສຸດ​ໃຈ ເຈີ​ບົວ​ແພງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ, ສະຫາຍ ພັນ​ໂທ ນາງ ສົມ​ພອນ ສີ​ບຸນ​ເຮືອງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນ ຊາ​ການ​ທະຫານ​ແຂວງ​ໄຊ​ສົມ ບູນ, ມີ​ຄະນະ​ໜ່ວຍ​ສະຫະພັນ​ແມ່ ຍິງ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ສະມາຊິກ​ສະຫະພັນ​ແມ່ຍິງ​ກອງ​ບັນຊາ​ການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ຕຸ້ຍ ນຸນ​ທະ​ຫວາ ຮອງ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ປະຈຳ​ປີ 2026 ໃນ​ໄລຍະ 1 ປີຜ່ານມາ​ພະ​ແນກ​ສະຫະພັນ​ແມ່ຍິງ ໄດ້​ຖື​ເອົາ​ວຽກ​ງານ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ແກ່​ສະ ມາຊິກ​ເປັນ​ວຽກ​ງານ​ຕົ້ນຕໍຕິດ ​ພັນ​ກັບ​ວຽກ​ງານ​ເສດຖະກິດ​ແກ້​ ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ເອື້ອຍ​ນ້ອງ​ແມ່ຍິງ ຕາມ​ທິດ​ນຳ​ເພິ່ງ​ຕົນ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ພ້ອມ​ທັງ​ປຸກລະດົມ​ສະ ມາຊິກ​ແມ່ຍິງ​ເຂົ້າ​ຮ່ວມ​ກຸ່ມ​ທ້ອນ​ເງິນ ເພື່ອ​ແກ້​ໄຂ​ໃຫ້​ພະນັກງານ-ນັກຮົບ​ໃນ​ຍາມ​ຈຳເປັນ ໃນ 1 ປີຜ່ານມາ ມີ​ເງິນ​ຝາກ​ທັງ​ໝົດ 266.000.000 ກີບ ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ສູນ​ ກາງ​ສະຫະພັນ​ແມ່ຍິງ​ລາວ ວ່າ​ດ່ວຍ​ການ​ຍ້ອງຍໍ-ຊົມເຊີຍ ໃຫ້​ບຸກຄົນ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ ຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ສະໄໝ VIII (2021-2025) ໃນ​ນີ້​ໃບ​ຍ້ອງຍໍ ຈຳນວນ 60 ສະຫາຍ ແລະ ໃບ​ຊົມເຊີຍ ຈຳນວນ 34 ສະຫາຍ, ພ້ອມ​ທັງ​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຂອງ​ສະຫະພັນ​ແມ່ຍິງ​ລາວ ແລະ ຂຶ້ນ​ຈັບ​ມື​ຮັບ ຮອງ​ເອົາ​ຂໍ້​ແຂ່ງຂັນ 3 ດີ. ໂດຍ: ກ້າ​ຈີ​ທໍ່ ໄຊ​ສົມບູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ