ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງໝໍສູນກາງ 103 ກອງທັບ ເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-09-14 15:52:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 833 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອໍານວຍການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນພິທີ, ຄະນະອໍານວຍການ ໄດ້ຜັດປ່ຽນກັນເຜີຍແຜ່ ເອກະສານ ຄື: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ກົດລະບຽບພັກ ສະໄໝທີ 12 ແລະ ກົດລະບຽບ ຂອງກອງທັບປະຊາຊົນລາວ. ການເຜີຍແຜ່ເອກະສານ ຄັ້ງນີ້, ແມ່ນປະຕິບັດຕາມທິດຊີ້ນໍາ ຂອງກົມໃຫຍ່ການເມືອງກອງທັບ ເພື່ອສ້າງຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ ພາຍໃນຄະນະພັກ-ຄະນະອໍານວຍການ, ນາຍ ແລະ ພົນທະຫານ ທົ່ວໂຮງໝໍສູນກາງ 103 ກອງທັບ ໃຫ້ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈ ຂອງເອກະສານດັ່ງກ່າວ ເຂົ້າໃນການນໍາພາ-ຊີ້ນໍາ ແລະ ປະຕິບັດໜ້າທີ່ການເມືອງຕົວຈິງ ໃຫ້ມີຜົນສໍາເລັດຢ່າງໜັກແໜ້ນ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ