ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງ ເປີດຊຸດອົບຮົມ - ຫັດແອບການທະຫານ ປະຈຳປີ 2019
ເວລາອອກຂ່າວ: 2019-11-06 09:20:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ວັນທີ 5 ພະຈິກ 2019 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ເປິດຊຸດເຝິກອົບຮົມ-ຫັດແອບປັບປຸງລະບຽບແບບ ແຜນ, ເຝິກຝົນກຳລັງແຮງກາຍ, ກິລາກາຍະກຳ ແລະ ຍິງລູກປືນ ແທ້ທົ່ວອົງການຫ້ອງວ່າການກະ ຊວງປ້ອງກັນປະເທດ ຂຶ້ນທີ່ສະ ໂມສອນຫ້ອງວ່າການກະຊວງ ປ້ອງກັນປະເທດ ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ບຸນທອນ ສິດສຸວົງ ຮອງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງ ການ ແລະ ພະນັກງານ-ນັກຮົບທົ່ວ ຫ້ອງວ່າການກະຊວງເຂົ້າຮ່ວມ. ສະຫາຍ ພັນໂທ ຍຸງທອງ ບຸດມີໄຊ ຫົວໜ້າພະແນກກຳລັງພົນຫ້ອງວ່າການກະຊວງປ້ອງກັນປະເທດໄດ້ໃຫ້ຮູ້ວ່າ: ເພຶ່ອກວດກາຄືນຜົນໄດ້ຮັບຈາກ ການຈັດຕັ້ງຫັດແອບປີຜ່ານມາ, ທັງເປັນການກວດຄືນດ້ານລະ ບຽບແບບແຜນ, ເຝິກຝົນກຳລັງ ແຮງກາຍ, ກີລາກາຍະກຳ ແລະ ການນຳໃຊ້ອາວຸດຍຸດໂທປະກອນຂອງພະນັກງານ-ນັກຮົບຢູ່ອົງ ການຫ້ອງວ່າການໃຫ້ມີຄວາມ ຊຳນິຊຳນານເພຶ່ອສົ່ງເສິມດ້ານດີ, ປັບປຸງແກ້ໄຂຂໍ້ຄົງຄ້າງ ແລະ ທັງເປັນການຕີລາຄາແບ່ງປະ ເພດຄຸນະພາບຂອງພະນັກງານ-ນັກຮົບ, ທັງເປັນການປຸກລະດົມຂະບວນການຫັດແອບໃຫ້ມີບັນຍາກາດຟົດຟື້ນຢູ່ໃນກົມ, ກອງ, ຫ້ອງການ ແລະ ເພື່ອ ເຮັດໃຫ້ພະ ນັກງານຖືເອົາວຽກງານປັບປຸງດ້ານລະບຽບແບບແຜນເປັນຟື້ນ ຖານສຳຄັນ, ເພື່ອຈັດຕັ້ງປະຕິ ບັດໃຫ້ມີຄວາມກ້າວໜ້າ ແລະ ທັນ ສະໄໝຂຶ້ນເທຶ່ອລະກ້າວ, ນາຍ ແລະ ພົນທະຫານທີ່ໄດ້ເຂົ້າຮ່ວມ ບັ້ນອົບຮົມ-ຫັດແອບຄັ້ງນີ້ຕ້ອງ ກຳໃຫ້ໄດ້ທາງດ້ານທິດສະດີ, ຫຼັກການຢ່າງເລິກເຊິ່ງ ແລະ ປະຕິບັດຕາມຂໍ້ກຳນົດກົດລະ ບຽບ, ວິໄນຂອງກອງທັບຕົ້ນ ຕໍແມ່ນປະຕິບັດໃຫ້ໄດ້ 7 ລະ ບອບ18 ວຽກ, ກໍານົດໃຫ້ໄດ້ຈັງ ຫວະລະບຽບບຸກຄົນ, ມືເປົ່າເຄື່ອນ ທີ່, ປະຈຳທີ່, ລະບຽບຮູບແຖວ, ການເຄົາລົບຂັ້ນລຸ່ມ-ຂັ້ນເທິງ ແລະ ຮູ້ນຳໃຊ້ເຄື່ອງແບບຂອງ ກອງທັບຕາມການປະກອບ. ສ່ວນເນື້ອໃນການອົບຮົມແມ່ນ ແບ່ງອອກເປັນ 2 ພາກຄື: ພາກ ທິດສະດີ ແລະ ພາກປະຕິບັດຕົວ ຈິງ, ເວລາທີ່ໃຊ້ໃນການຫັດແອບ ແມ່ນຢູ່ໃນໄລຍະຕົ້ນເດືອນພະ ຈິກຫາເດືອນທັນວານີ້, ການ ອົບຮົບ-ຫັດແອບແມ່ນແບ່ງອອກ ເປັນ 10 ກຸ່ມ ລວມຈຳນວນພົນ ເຂົ້າຮ່ວມທັງໝົດ 413 ສະຫາຍ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດ ຊອບການເຝິກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນປະຕິບັດຕາມແຜນ ການຢ່າງເຂັ້ມງວດເພື່ອຮັບປະ ກັນໃຫ້ແກ່ການອົບຮົມ-ຫັດ ແອບ ໃຫ້ໄດ້ຮັບໝາກຜົນສູງໄປພ້ອມ ກັນນັ້ນ. ບັນດາພະນັກງານທີ່ໄດ້ ຮັບການເຝິກອົບຮົມກໍ່ຕ້ອງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ ຮັບມອບໝາຍ ແລະ ສຸມທຸກກຳ ລັງວັງຊາຂອງຕົນເພື່ອປະກອບ ສ່ວນເຂົ້າໃນການປັບປຸງກໍສ້າງ ກົມກອງໃຫ້ມີລະບຽບແບບແຜນ ກໍຄືການປະຕິບັດຕາມຂໍ້ກຳນົດ ກົດລະບຽບຂອງກອງທັບໃຫ້ເຂັ້ມ ງວດຂຶ້ນເລື້ອຍໆ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ