ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ການຕິດຕໍ່ສື່ສານ ທີ່ເຂັ້ມແຂງ ກັບ ຄວາມສຳເລັດ ໃນບັ້ນເຝິກຊ້ອມ “ຂະບວນລົດໄຟສັນຕິພາບ-2026”
ເວລາອອກຂ່າວ: 2026-09-14 15:17:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ:



ໃນບັ້ນເຝິກຊ້ອມຮ່ວມ ກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026, ການຕິດຕໍ່ສື່ສານ ເປັນວຽກງານ ທີ່ສຳຄັນໃນການບັນຊາ, ການປະສານງານ ແລະ ການປະຕິບັດວຽກງານ ຂອງບັນດາພາກສ່ວນຕ່າງໆ ເຮັດໃຫ້ບັ້ນເຝິກຊ້ອມຄັ້ງນີ້ ໄດ້ຮັບຜົນສຳເລັດສູງ. ສະຫາຍ ພັນໂທ ດອນສະຫວັນ ບົນຄຳພັນ ຫົວໜ້າພະແນກເສນາ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າອະນຸກຳມະການຕິດຕໍ່ສື່ສານ ໃຫ້ສຳພາດ ວ່າ: ວຽກງານຮັບຜິດຊອບຕິດຕໍ່ສື່ສານໄດ້ສຸມໃສ່ການກະກຽມກຳລັງພົນ, ກວດກາອຸປະກອນ ແລະ ສ້າງຄວາມພ້ອມ ຂອງລະບົບສື່ສານ, ພ້ອມທັງ ມອບໝາຍໜ້າທີ່ ໃຫ້ພະນັກງານປະຈໍາພາກສະໜາມ ເພື່ອຮັບປະກັນວຽກງານ ການຮັບ-ສົ່ງຂ່າວສານ ແລະ ການປະສານວຽກງານແກ້ໄຂບັນຫາດ້ານການສື່ສານ ໄດ້ຢ່າງທັນການ ສາມາດຮັບປະກັນການເຝິກຊ້ອມກອບກູ້ໄພພິບັດ, ການຄົ້ນຫາຜູ້ປະສົບໄພ, ການຮັບ-ສົ່ງຄົນເຈັບ ແລະ ການປິ່ນປົວ ຢູ່ໂຮງໝໍພາກສະ ໜາມ. ຜ່ານການຈັດຕັ້ງປະຕິບັດ ວຽກງານການຕິດຕໍ່ສື່ສານ ໄດ້ເຮັດສໍາເລັດໜ້າທີ່ຕາມການມອບໝາຍ ເຮັດໃຫ້ການເຝິກຊ້ອມຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ