ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ ຂອງນັກຮົບເກົ່າ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ
ເວລາອອກຂ່າວ: 2026-09-11 09:49:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1029 | ຄວາມນິຍົມ: ![]()
ອົງການສະຫະພັນນັກຮົບເກົ່າ ມີບົດບາດສຳຄັນທີ່ສຸດໃນສັງຄົມລາວ ເຊິ່ງພວກເຮົາບໍ່ອາດຈະຫຼົງລືມໄດ້, ເພາະວ່າພວກເພິ່ນຊ່ວຍພັກ-ລັດຖະບານ, ອົງການປົກຄອງທຸກຂັ້ນ ໃນການເກັບກຳ, ຄຸ້ມຄອງ ແລະ ປະ ຕິບັດນະໂຍບາຍຕໍ່ບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພະນັກງານປະຕິ ວັດບຳນານ ຜູ້ມີຜົນງານ, ຄຸນ ງາມຄວາມດີໃນພາລະກິດຕໍ່ສູ້ກູ້ຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພວກເພິ່ນໄດ້ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ສຶກສາອົບຮົມລູກຫຼານ, ຄົນຮຸ່ນໜຸ່ມໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາມູນເຊື້ອ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການປົກປັກຮັກສາໝາກຜົນຂອງການປະຕິວັດ. ນັກຮົບເກົ່າ ໄດ້ປະກອບສ່ວນເປັນນາຍບ້ານ, ເປັນແນວໂຮມບ້ານ ແລະ ປະ ກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ້ານ, ປະກອບສ່ວນນຳເອົາບົດ ບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ທຸກຊັ້ນຄົນໃນສັງຄົມລາວ ແນໃສ່ສ້າງຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາໃນສັງຄົມ, ປຸກລະດົມທຸກກຳລັງແຮງບົ່ມຊ້ອນຂອງຊາດ ເວົ້າລວມ, ເວົ້າສະເພາະ ຂອງພະນັກງານປະຕິ ວັດອາວຸໂສ ຖັນແຖວນັກຮົບເກົ່າ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ພັກເຮົາເວລາໃດກໍໃຫ້ຄວາມສຳຄັນແກ່ວຽກງານນັກຮົບເກົ່າ ແລະ ໄດ້ຕີລາຄາສູງຕໍ່ການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ໄດ້ເພີ່ມທະວີການຊີ້ນຳ-ນຳພາວຽກງານນັກຮົບເກົ່າຢ່າງເປັນປົກກະຕິ; ຊີ້ນຳນັກຮົບເກົ່າໃຫ້ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ໃນການຮັກສາມູນ ເຊື້ອອັນພິລະອາດຫານ, ການເຕົ້າໂຮມສາມັກຄີຂອງນັກຮົບເກົ່າ, ເບິ່ງແຍງດູແລຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕໍ່ການປະຕິວັດ, ຕໍ່ປະເທດຊາດ, ພ້ອມທັງແກ້ໄຂຊີວິດການເປັນຢູ່ຂອງພະນັກງານນັກຮົບເກົ່າ ໃຫ້ນັບມື້ດີຂຶ້ນເລື້ອຍໆ.
ເພື່ອສືບຕໍ່ປະຕິບັດແນວທາງ ມະຫາສາມັກຄີທົ່ວປວງຊົນຢ່າງ ແຂງແຮງ, ເສີມຂະຫຍາຍບົດ ບາດຂອງສະຫະພັນນັກຮົບເກົ່າ ໃນການປຸກລະດົມຂົນຂວາຍມະ ຫາຊົນຢ່າງກວ້າງຂວາງ. ສະ ນັ້ນ, ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຕ້ອງຍົກສູງບົດບາດເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳ ຂອງນັກຮົບເກົ່າປະຕິວັດ, ສ້າງການຫັນປ່ຽນຢ່າງແຂງແຮງຮອບດ້ານ ຕໍ່ວຽກງານສະຫະພັນນັກຮົບເກົ່າ, ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ ໃນໄລຍະໃໝ່. ດັ່ງນັ້ນ, ທິດທາງໃນການເສີມຂະຫຍາຍທາດແທ້ມູນເຊື້ອຂອງນັກຮົບເກົ່າ ໃນຊຸມປີຕໍ່ໜ້າຕ້ອງສຸມໃສ່ບາງດ້ານ ດັ່ງນີ້:
ໜຶ່ງ: ເພີ່ມທະວີເອົາໃຈໃສ່ສຶກ ສາອົບຮົມມູນເຊື້ອ, ທາດແທ້ປະ ຕິວັດຂອງພະນັກງານ-ນັກຮົບເກົ່າ ກໍຄື ຂອງສະຫະພັນນັກຮົບເກົ່າໃຫ້ທະຫານ, ຕຳຫຼວດ, ພະ ນັກງານ-ລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ, ກວ້າງຂວາງ ຕິດພັນກັບການເຊື່ອມຊຶມ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ຄັ້ງທີ III ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ມະຕິກອງປະ ຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ V ແລະ ແຜນພັດ ທະນານັກຮົບເກົ່າ ຄັ້ງທີ IV ປີ 2026-2030 ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ.
ສອງ: ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໃຫ້ກະທັດຮັດເບົາບາງ ແຕ່ເຂັ້ມແຂງ ແລະ ມີປະສິດທິພາບ, ໂດຍສຸມໃສ່ບູລະນະການຈັດຕັ້ງ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ໜັກແໜ້ນ, ເອົາໃຈ ໃສ່ສ້າງບຸກຄະລະກອນຂອງສະຫະພັນນັກຮົບເກົ່າ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດ ແລະ ມີຄວາມສາມາດສົມຄູ່ກັບ ໜ້າທີ່ການເມືອງ, ສົມກຽດເປັນ ອົງການຕົວແທນແຫ່ງສິດຜົນ ປະໂຫຍດອັນຊອບທຳຂອງນັກ ຮົບເກົ່າ.
ສາມ: ສືບຕໍ່ປຸກລະດົມຂົນ ຂວາຍ, ເຕົ້າໂຮມຄວາມສາມັກຄີນັກຮົບເກົ່າ ແລະ ປະຊາຊົນລາວ ບັນດາເຜົ່າ; ດ້ວຍການປັບປຸງວິທີການປຸກລະດົມຂົນຂວາຍປະຊາຊົນ, ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວ ໃຫ້ແທດເໝາະກັບຕົວຈິງ, ມີຫຼາຍ ຮູບຫຼາຍສີ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນຳພາຂອງພັກ, ຂອງລັດ; ຕ້ານທຸກປະກົດການອາດຍາສິດ ທີ່ເຮັດໃຫ້ອົງການຈັດຕັ້ງສະຫະພັນນັກຮົບເກົ່າ ກາຍເປັນພຽງອົງການບໍລິຫານເກື້ອກູນ.
ສີ່: ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈມະຕິຂອງພັກ ວ່າດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸທາງດ້ານການແກ້ໄຂຊີວິດການເປັນຢູ່, ຫຼຸດຜ່ອນຄວາມທຸກຍາກຂອງສະຫາຍນັກຮົບເກົ່າ ຢູ່ ທ້ອງຖິ່ນຮາກຖານ; ສ້າງຕັ້ງກອງທຶນພັດທະນານັກຮົບເກົ່າ ເພື່ອຊຸກຍູ້ການຜະລິດ, ທຸລະກິດ ແລະ ການບໍລິການດ້ວຍຮູບການຕ່າງໆ ທີ່ສອດຄ່ອງກັບຄວາມສາມາດຕົວຈິງ, ຖືກຕ້ອງຕາມກົດໝາຍ ແລະ ນະໂຍບາຍສະເພາະ ເພື່ອສ້າງເປັນແຫຼ່ງລາຍຮັບ ແລະ ການກຸ້ມຕົນເອງສ່ວນໃດໜຶ່ງ ດ້ານງົບປະມານຮັບໃຊ້ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ.
ຫ້າ: ສືບຕໍ່ຫັນລົງຮາກຖານ ເພື່ອເກັບກຳຄວາມຄິດເຫັນ, ກຳແໜ້ນສະພາບການເມືອງ-ແນວຄິດ ແລະ ຈັດຕັ້ງສຶກສາອົບຮົມ, ເຜີຍແຜ່ເຊື່ອມຊຶມແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ, ປຸກລະດົມຂະບວນການແຂ່ງ ຂັນ 6 ຮັກສາ ຂອງນັກຮົບເກົ່າ ຕິດພັນກັບການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນ ຂະບວນຟົດຟື້ນ ແລະ ມີຜົນສຳ ເລັດຕາມຄາດໝາຍທີ່ກຳນົດໄວ້; ໄປຄຽງຄູ່ກັບການປະຕິບັດແຜນພັດທະນານັກຮົບເກົ່າ ແຕ່ນີ້ຮອດ ປີ 2030 ສຸມໃສ່ 5 ແຜນງານ, 26 ໂຄງການໃຫ້ປະກົດຜົນເປັນຈິງ.
ຫົກ: ຢຶດໝັ້ນ ແລະ ເສີມຂະ ຫຍາຍມູນເຊື້ອຂອງນັກຮົບເກົ່າ ໃນການພົວພັນກັບຕ່າງປະເທດ ບົນແນວທາງການຕ່າງປະເທດຂອງພັກ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ລາວ-ຫວຽດນາມ ແລະ ການຮ່ວມມືຮອບດ້ານ ກັບປະເທດເພື່ອນມິດຍຸດທະສາດ ສປ ຈີນ, ສ ຣັດເຊຍ, ສປປ ເກົາຫຼີ, ສ ກູບາ; ການປະຕິບັດສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສະຫະພັນນັກຮົບເກົ່າລາວ ກັບ ສະມາຄົມນັກຮົບເກົ່າສາກົນ ແລະ ສະມາຄົມນັກຮົບເກົ່າບັນດາປະເທດອາຊຽນ ເພື່ອເປັນການຍາດແຍ່ງ ແລະ ນຳເອົາຜົນປະໂຫຍດມາໃຫ້ປະເທດຊາດ ແລະ ອົງການຈັດຕັ້ງສະຫະພັນນັກຮົບເກົ່າລາວຂອງພວກເຮົາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















