ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຜົນງານ ແລະ ໄຊຊະນະ ຂອງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ
ເວລາອອກຂ່າວ: 2026-09-09 09:16:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ:



ໃນ​ພາລະກິດ​ຂອງ​ການ​ປະ ຕິວັດ​ຊາດ​ປະຊາທິປະໄຕ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ການ​ຕໍ່ສູ້​ອັນ​ຍຶດ​ເຍື້ອ​ຍາວ​ນານ​ມີ​ຫຼາຍ​ສະຫາຍ​ໃນ​ກຳລັງ​ປະກອບ​ອາວຸດ​ໄດ້​ເສຍ ສະຫຼະ​ຊີວິດ, ຫຼາຍ​ສະຫາຍ​ຖືກ​ບາດເຈັບ​ເສຍ​ອົງຄະ​ເພື່ອ​ແລກ​ເອົາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ. ພ້ອມ​ກັນ​ນັ້ນ​ກໍ​ມີ​ຫຼາຍ​ສະຫາຍ​ໄດ້​ກາຍ ເປັນ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ, ກາຍເປັນ​ພະນັກງານ​ການ​ນຳ​ຫົວ​ຈັກ​ຫຼັກ​ແຫຼ່ງ​ຢູ່​ຕາມ​ກະຊວງ, ອົງການ, ກົມ​ກອງ, ຂະແໜງການ ແລະ ທ້ອງຖິ່ນ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ສ່ວນ​ຫຼວງຫຼາຍ​ມີ​ອາຍຸ​ສູງ, ສຸຂະ ພາບ​ອ່ອນເພຍ, ໄດ້​ອອກ​ພັກ ຜ່ອນ​ຮັບ​ບຳນານ, ບຳ​ເນັດ ຢູ່​ຕາມ​ທ້ອງຖິ່ນ​ຕ່າງໆ, ແຕ່​ບັນດາ​ສະຫາຍ​ເຫຼົ່ານັ້ນ​ຍາມ​ໃດ​ກໍຍົກ​ສູງ​ທາດ​ແທ້​ມູນ​ເຊື້ອ​ນັກຮົບ​ປະຕິວັດ ແລະ ພ້ອມ​ແລ້ວ​ທີ່​ຈະ​ສຶບ​ຕໍ່​ທຸ່ມ ​ເທ​ເຫື່ອແຮງ, ສະຕິ​ປັນຍາ​ປະ ກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປ່ຽນ ແປງ​ໃໝ່​ຮອບດ້ານ​ທີ່​ມີ​ຫຼັກການ​ຂອງ​ພັກ, ບັນດາ​ສະຫາຍ​ເຫຼົ່ານັ້ນ​ມີ​ຄວາມ​ມຸ້ງ​ມາດ​ປາຖະໜາຢາກ ​ໃຫ້​ມີ​ການຈັດຕັ້ງ​ເພື່ອ​ເປັນບ່ອນ​ ເຕົ້າໂຮມ​ຄວາມ​ສາມັກຄີ, ເຕົ້າ ໂຮມ​ຄວາມ​ຄິດ​ຄວາມ​ເຫັນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ສະຫາຍ ພົນ​ໂທ ແສງ​ນວນ ໄຊ​ຍະ​ລາດ ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ໃຫ້​ທັດສະນະ​ວ່າ: ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ສະຫະພັນ​ນັກຮົບເກົ່າ​ ແຫ່ງ​ຊາດ​ລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2024) ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ປະຕິວັດ ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ກໍ​ຄື​ ການ​ປົກ​ປັກ​ ຮັກສາ​ໝາກຜົນ​ຂອງ​ການ​ປະຕິ ວັດ ແລະ ລະບອບ​ໃໝ່​ຂອງ​ພວກ​ເຮົາ​ໄວ້​ຢ່າງ​ໝັ້ນຄົງ​ນັ້ນ ແລະ ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຂອງ​ນັກຮົບ​ເກົ່າ, ເພື່ອ​ເຕົ້າໂຮມ​ຄວາມ​ສາມັກຄີ​ອັນ​ເປັນ​ປຶກ​ແຜ່ນ ແລະ ເບິ່ງແຍງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ ເວລາ​ພົບ​ຄວາມ​ຫຍຸ້ງຍາກ​ສັບ ສົນ​ຂອງ​ຖັນ​ແຖວ​ນັກຮົບ​ເກົ່າ​ໃນ​ການ​ດຳລົງ​ຊີວິດ ແລະ ການ​ສ້າງ​ເສດຖະກິດ​ຄອບຄົວ​ແກ້​ໄຂ​ຄວາມທຸກ​ຍາກ ເພື່ອ​ຕີ​ຖອຍ​ຖ້ອຍ​ທຳນອງ​ທີ່​ວ່າ: “ນາ​ແລ້ວ​ຂ້າ​ຄວາຍ​ເຖິກ ເສິກ​ແລ້ວ​ຂ້າ​ຄົນ​ຫານ” ໃຫ້ກາຍ​ມາ​ເປັນ​ຄຳ​ເວົ້າ​ທີ່​ວ່າ: “ແລ້ວ​ນາ​ລ້ຽງ​ຄວາຍ​ເຖິກ ແລ້ວ​ເສິກ​ເບິ່ງ​ຄົນ​ຫານ” ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ທັດສະນະ​ທາດ​ແທ້​ນັກ ຮົບ​ປະຕິວັດ​ໃນ​ເມື່ອ​ກ່ອນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ໄລຍະ​ໃໝ່. ມາ​ຮອດ ປີ 2002 ກົມ​ການເມືອງ​ສູນ​ກາງ​ພັກ ໄດ້​ອອກ​ມະຕິ​ສະບັບ​ເລກ​ທີ 68/​ກມສພ; ລົງ​ວັນ​ທີ 9/9/2002 ວ່າ​ດ້ວຍ​ການ​ສ້າງຕັ້ງສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ; ເຊິ່ງ​ການຈັດຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ແມ່ນ​ອົງ​ການ ຈັດຕັ້ງ​ການເມືອງ-ສັງຄົມ​ໜຶ່ງ​ນອນ​ຢູ່​ໃນ​ລະບົບ​ການເມືອງ​ຂອງ​ລະບອບ​ປະຊາທິ​ປະ​ໄຕ​ ປະຊາຊົນ ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ມີ​ພາລະ​ບົດບາດ, ໜ້າທີ່​ເຕົ້າໂຮມ​ບັນດາ​ພະນັກ​ງານ-​ນັກຮົບ​ເກົ່າ​ເສີມ​ຂະຫຍາຍ​ມູນເຊື້ອ​ຮັກ​ຊາດ ແລະ ເປັນ​ກຳ ລັງ​ແຮງ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ຕະຫຼອດ​ໄລຍະ 24 ປີ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ລັດຖະບານ, ຄວາມ​ເອົາໃຈໃສ່​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ-ຄະນະ​ປົກຄອງ​ທ້ອງຖິ່ນ​ແຕ່​ລະ​ຂັ້ນ, ການ​ສະໜັບສະໜູນ​ອູ້ມຊູ​ຊ່ວຍເຫຼືອຂອງ​ບັນດາ​ກະຊວງ-ອົງການ ແລະ ຊັ້ນ​ຄົນ​ໃນ​ສັງຄົມ ​ສະຫະພັນ​ນັກຮົບ​ເກົ່າ​ໄດ້​ຮັບ ການ​ປັບປຸງ ແລະ ພັດທະນາໃນ ​ຫຼາຍ​ດ້ານໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ, ສາ ມາດ​ເຄື່ອນ​ໄຫວ​ປະຕິບັດ​ພາລະ​ບົດບາດ​ຂອງ​ຕົນ ແລະ ຍາດໄດ້ ຜົນ​ງານ​ຫຼາຍ​ດ້ານ ໃນນັ້ນ ​ໄດ້ ເອົາໃຈໃສ່​ເຮັດ​ໜ້າທີ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ຕໍ່​ບັນດາ​ສະຫາຍ​ນັກຮົບ​ເກົ່າ, ພະ ນັກງານ-ລັດຖະກອນ​ດ້ວຍ​ຫຼາຍ​ ຮູບ​ຫຼາຍ​ວິທີ; ຫັນລົງ​ຮາກ​ຖານ, ເກັບ​ກຳ​ສະພາບການເມືອງ-ແນວ​ຄິດ, ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ແຕ່​ລະ​ເປົ້າ​ໝາຍ; ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ແນວທາງແຜນ​ ນະໂຍບາຍ, ມະຕິ, ຄຳ​ສັ່ງຂອງ ​ພັກ, ລະບຽບກົດໝາຍ​ຂອງ​ລັດ; ຈັດ​ຕັ້ງປາຖະກະຖາມູນເຊື້ອ, ເຜີຍ ແຜ່ສະພາບ​ການ, ໂຮມ​ຊຸມນຸມ​ ສະເຫຼີມສະຫຼອງ​ວັນ​ປະຫວັດ ສາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ-ລັດ, ຂອງ​ກຳລັງ​ປະກອບ​ອາວຸດ ແລະ ຂອງ​ອົງການ​ຕົນ; ຈັດ​ຕັ້ງ​ເຊື່ອມ​ຊຶມ​ມະຕິ, ຄຳ​ສັ່ງ, ກົດ​ລະ ບຽບ​ຂອງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ​ຢ່າງ​ທົ່ວ​ເຖິງ ໄປ​ຄວບ​ຄູ່​ກັບການ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ 3 ດີ 6 ຮັກສາ ຂອງ​ສະຫະພັນ​ນັກຮົບ​ເກົ່າ​ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ”. ພ້ອມ​ນັ້ນ, ຍັງ​ໄດ້​ປົກ​ປ້ອງ​ສິດ ຜົນປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນັກຮົບ​ເກົ່າ ແລະ ຕິດຕາມຊຸກຍູ້, ການ​ປະຕິບັດ​ເງິນ​ນະໂຍບາຍ​ຕ່າງໆ​ເປັນຕົ້ນ​ແມ່ນ​ການ​ປ່ຽນ​ແທນ​ໂກ​ຕາ​ລົດ​ໄລຍະ​ຜ່ານ​ມາ​ປະ ຕິບັດ​ໄດ້ ຈຳນວນ 1994 ທ່ານ ນະໂຍບາຍ​ຕໍ່​ວິລະ​ຊົນ​ແຫ່ງຊາດ​ໄດ້ 51 ທ່ານ, ນັກຮົບ​ແຂ່ງຂັນ 294 ທ່ານ, ນະໂຍບາຍ​ແກ້​ໄຂ​ບຳນານ​ຄືນ 2.721 ທ່ານ, ສະ ເໜີ​ນະໂຍບາຍ​ປຸກ​ສ້າງ​ເຮືອນ​ໃຫ້​ນັກຮົບ​ເກົ່າ​ຜູ້​ທີ່​ທຸກ​ຍາກ​ປ່ຽວພອຍ​ໄດ້ 21 ຫຼັງ; ຍາດ​ແຍ່ງ​ທຶນ​ຊ່ວຍ ເຫຼືອ ຜ່າຕັດ​ແກ່ນ​ຕາ​ຂຸ້ນ​ໃຫ້​ນັກ ຮົບ​ເກົ່າ​ໄດ້ 232 ຄົນ. ປັດຈຸບັນກົງຈັກ​ການຈັດຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ຂັ້ນ​ແຂວງ ແລະ ນະຄອນ ຫຼວງ​ວຽງ​ຈັນ ມີ 18 ອົງການ, ຂັ້ນ​ເມືອງ ແລະ ນະຄອນ ມີ 148 ໜ່ວຍ, ສະ ຫະພັນ​ນັກຮົບ​ເກົ່າ​ຂັ້ນ​ບ້ານ 1.750 ບ້ານ (ກຳລັງ​ຄົ້ນຄວ້າ​ຈັດ​ຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ຂັ້ນ​ຕາແສງ), ສະມາຊິກ​ນັກຮົບເກົ່າ ​ທັງ​ໝົດ 61.217 ສະຫາຍ, ຍິງ 6.662 ສະຫາຍ ກວມ​ເອົາ 85% ຂອງ​ຈຳນວນ​ນັກຮົບ​ເກົ່າ​ ທັງ​ ໝົດສາມາດ​ອອກ​ບັດ​ສະມາຊິກ​ນັກຮົບ​ເກົ່າ​ໄດ້​ທັງ​ໝົດ 15.876 ບັດ ກວມ 30% ຂອງ​ສະມາຊິກ​ທັງ​ໝົດ. ອັນ​ພົ້ນ​ເດັ່ນ ໃນ​ປີ 2018 ກົດໝາຍ​ ວ່າ​ດ້ວຍ​ສະຫະພັນ​ ນັກຮົບ​ເກົ່າ​ລາວ ສະບັບ​ເລກ​ທີ 42/​ສພຊ, ລົງ​ວັນ​ທີ 13 ມິຖຸນາ 2018 ໄດ້​ຖືກ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 5 ຂອງສະ ພາ​ແຫ່ງ​ຊາດ ຊຸດ​ທີ VIII, ເຊິ່ງ ​ເປັນ​ຂີດ​ໝາຍ​ປະຫວັດສາດ​ຂອງ​ສະຫະພັນ​ນັກຮົບ​ເກົ່າ​ທີ່​ມີ​ນິຕິ​ກຳ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ໂດຍ​ແທ້​ຈິງ​ຕໍ່​ພະນັກງານ-ນັກຮົບ​ເກົ່າ; ວຽກ​ງານ​ການ​ສ້າງ​ເສດຖະກິດ, ແກ້​ ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ແກ້​ໄຂ​ ຄວາມທຸກ​ຍາກ​ສະຫະພັນ​ນັກຮົບ ​ເກົ່າ​ແຕ່​ລະ​ຂັ້ນ​ໄດ້​ຖື​ເອົາ​ການຜະ ລິດ​ກະສິກຳປູກຝັງ-ລ້ຽງສັດ, ການ​ບໍລິການຕ່າງໆ​ຕາມ​ເງື່ອນ ໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ເຮັດ​ໃຫ້​ຄອບຄົວ​ນັກຮົບ​ເກົ່າ​ຜູ້​ທີ່​ທຸກ​ຍາກ​ໄດ້​ຮັບ​ການ​ພັດທະນາ ແລະ ປັບປຸງ​ຕົນ​ເອງ​ລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ໃນ​​ນັ້ນ​ບາງ​ຮາກ​ຖານ​ກໍມີ​ການ​ສ້າງ​ກອງ​ທຶນ​ໃນ​ຮູບ​ແບບ​ຕ່າງໆ, ການ​ຮ່ວມ​ມື​ທຸລະ​ກິດ​ກັບ​ນັກທຸລະກິດ​ກັບ​ພາຍ​ໃນ ແລະ ຕ່າງປະເທດ ມີ​ຫຼາຍ​ແຂວງ, ເມືອງ ແລະ ບ້ານມີ​ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຂອງ​ນັກຮົບ​ເກົ່າ, ເຊິ່ງ​ສາມາດ​ແກ້​ໄຂ​ໃນ​ເວລາ​ເຈັບເປັນ ແລະ ພົບ​ຄວາມ​ຫຍຸ້ງຍາກ​ໃນ​ຄອບຄົວ ຮັບປະກັນ​ໃນ​ການ​ປະຕິບັດ​ໜ້າ ທີ່​ການເມືອງ​ ປັດຈຸບັນ​ແມ່ນ​ພວມ ​ສຸມ​ໃສ່​ໂຄງການ​ກໍ່ສ້າງ​ສຳນັກ ງານ​ສູນ​ກາງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ​ຫຼັງ​ໃໝ່​ໄດ້ 80%, ຫ້ອງ​ມູນເຊື້ອ​ສຳເລັດ 100%, ຫ້ອງການ​ເຮັດ​ວຽກ​ນັກ ຮົບ​ເກົ່າ​ຂັ້ນ​ເມືອງ​ ຈຳນວນ 30 ເມືອງ ສຳເລັດ​ແລ້ວ 80%, ສ້າງ​ເຮືອນ​ໃຫ້​ຜູ້​ທຸກ​ຍາກ​ປ່ຽວພອຍ 21 ຫຼັງ ສຳເລັດ 100%. ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ ຕ່າງປະເທດ ແລະ​ ສາກົນໄດ້ມີ​ ການ​ພົວພັນ, ຮ່ວມ​ມືກັບສະມາ ຄົມ​ນັກຮົບ​ເກົ່າ​ຕ່າງປະເທດ, ພາກ​ພື້ນ ແລະ ສາກົນ ​ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ຊ່ວຍເຫຼືອເຊິ່ງ​ ກັນ ແລະ​ ກັນ​ແບບ​ພິເສດ​ຮອບ ດ້ານ​ກັບ​ສະມາຄົມ​ນັກຮົບ​ເກົ່າ ​ສສ ຫວຽດນາມ; ພົວພັນຮ່ວມ​ ມື​ສອງ​ຝ່າຍກັບສະມາຄົມນັກ ຮົບເກົ່າ​ຣາຊະ​ອານາຈັກ​ກຳປູ ເຈຍ, ນັກຮົບ​ເກົ່າ ​ສປ ຈີນ ແລະ ສະມາຄົມ​ນັກຮົບ​ເກົ່າ​ຕ້ານ​ຈັກ ກະພັດ​ອາ​ເມ​ຣິ​ກາ ​ສປປ ເກົາຫຼີ. ນອກຈາກ​ນັ້ນ, ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ຍັງ​ໄດ້​ພົວພັນ​ປະສານ​ງານ​ກັບ​ສະມາຄົມ​ນັກ ຮົບ​ເກົ່າ​ໂລກ, ສະມາຄົມ​ນັກຮົບ​ເກົ່າ ສ ຣັດ​ເຊຍ, ຝຣັ່ງ, ອົງ​ການ ຈັດຕັ້ງ​ສາກົນ, ອົງການບໍ່​ຂຶ້ນ​ກັບ​ລັດຖະບານ (NGOs) ທີ່​ພົວພັນ​ ເຖິງ​ວຽກ​ງານ​ນັກຮົບ​ເກົ່າ. ວັນ​ທີ 15 ກັນຍາ 2012 ໄດ້​ເຂົ້າ​ເປັນ​ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ ແລະ ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ສ້າງ​ສາຍ​ພົວພັນ​ທີ່​ດີ​ກັບ​ບັນດາ​ປະເທດ​ສະມາຊິກ​ຕະຫຼອດ​ມາ. ປີ 2018 ຜ່ານ​ມາ ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ໄດ້​ເປັນ​ປະທານ​ໝູນວຽນ​ນັກຮົບ​ເກົ່າ​ອາ​ຊຽນ ແລະ ດຳເນີນກອງ​ປະຊຸມ​ໃຫຍ່​ນັກ ຮົບ​ເກົ່າ ຄັ້ງ​ທີ 18 ດ້ວຍ​ໜາກ​ຜົນ​ອັນ​ຈົບງາມ, ເຊິ່ງ​ເຮັດ​ໃຫ້​ບົດບາດ​ຂອງ​ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ແລະ ສາກົນ. ຈາກ​ຜົນງານ ແລະ ໄຊຊະນະ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພັກ, ລັດຖະ ບານ, ປະເທດ​ເພື່ອນ​ມິດ ແລະ ສາກົນ ດັ່ງນີ້: ໄດ້​ຮັບ​ຫຼຽນ​ໄຊ​ອິດ ສະຫຼະ​ຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນ​ກາ​ມິດຕະພາບ​ຈາກສະມາຄົມ​ນັກຮົບ​ເກົ່າ ​ສສ ຫວຽດນາມ 1 ໜ່ວຍ, ຫຼຽນ​ກາ​ປະທານ​ກິດ​ຕິ​ມະ​ສັກ​ສະ​ມາ​ພັນ​ນັກຮົບ​ເກົ່າ​ອາ​ຊຽນ 1 ໜ່ວຍ, ຫຼຽນ​ກາ​ກຽດ​ຕິ​ຄຸນ​ສະ​ມາ​ພັນ​ນັກຮົບ​ເກົ່າ​ອາ​ຊຽນ 1 ໜ່ວຍ, ໃບ​ຍ້ອງຍໍ​ຈາກ​ສະມາຄົມ​ນັກຮົບ​ເກົ່າ​ອາ​ຊຽນ 1 ໃບ ແລະ ໃບ​ຍ້ອງ​ຍ້ອງ​ຂັ້ນ​ຕ່າງໆ​ອີກ​ຈຳນວນ​ໜຶ່ງ​ຢ່າງ​ສົມ​ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ