ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ໂຮງຮຽນເຫຼົ່າຮົບກົດລັບ 307 ເຜີຍແຜ່ ແຜນການເປີດສົກຮຽນໃໝ່ ແລະ ຂໍ້ກຳນົດ, ກົດລະບຽບ ໃຫ້ນັກຮຽນ ປະຈຳສົກຮຽນ 2026-2027
ເວລາອອກຂ່າວ: 2026-09-07 14:45:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:



ວັນທີ 4 ກັນຍາ 2026 ນີ້, ໂຮງຮຽນເຫຼົ່າຮົບກົດລັບ 307 ໄດ້ເຜີຍແຜ່ ແຜນການເປີດສົກຮຽນໃໝ່, ຂໍ້ກຳນົດ, ກົດລະບຽບ ວ່າດ້ວຍການຄຸ້ມຄອງນັກຮຽນ ແລະ ວຽກງານພະລາທິການລ້ຽງດູທັບ ໃຫ້ນັກຮຽນ ປະຈຳສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນສະຫຼອງ ວິໄລຫານ ຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບກົດລັບ 307, ມີຄະນະພັກ-ຄະນະອຳນວຍການ, ພະແນກການ, ກອງພັນ, ຄູ-ອາຈານ ແລະ ນັກຮຽນ ທັງ 3 ລະບົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳປັນ ສິດປະເສີດ ຮອງຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບກົດລັບ 307 ໄດ້ເຜີຍແຜ່ ແຜນການເປີດຊຸດຮຽນໃໝ່ ໃຫ້ນັກຮຽນກໍ່ສ້າງເຕັກນິກກົດລັບ ຊັ້ນຕົ້ນ ລະບົບ 1 ປີ ຊຸດທີ 28 ແລະ ກໍ່ສ້າງເຕັກນິກກົດລັບ ຊັ້ນກາງ ລະບົບ 2 ປີ ຊຸດທີ 10 ປະຈຳສົກຮຽນ 2026-2027 ເພື່ອເປັນການມອບໝາຍວຽກງານ ໃຫ້ແຕ່ລະພະແນກການ ແລະ ກະກຽມວຽກງານຮອບດ້ານໃຫ້ລະອຽດ ຮັບປະກັນໃຫ້ທັນຕາມກຳນົດເວລາ, ຖືກຕ້ອງຄົບຖ້ວນ ແລະ ປະກົດຜົນເປັນຈິງ. ພ້ອມນັ້ນ, ໃນພິທີ ຍັງໄດ້ເຜີຍແຜ່ ຂໍ້ກຳນົດ, ກົດລະບຽບ ວ່າດ້ວຍການຄຸ້ມຄອງນັກຮຽນ ຢູ່ໂຮງຮຽນເຫຼົ່າຮົບກົດລັບ 307 ເຊິ່ງປະກອບມີ 7 ໝວດ 24 ມາດຕາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງທຸກການເຄື່ອນໄຫວ ຂອງນັກຮຽນ ໃຫ້ມີຄວາມເປັນເອກະພາບ ໃນການເຝິກແອບຮໍ່າຮຽນ ແລະ ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ຖືກຕ້ອງສອດຄ່ອງ ຕາມກົດລະບຽບ ຂອງໂຮງຮຽນຢ່າງເຂັ້ມງວດ. ພ້ອມນີ້, ຍັງໄດ້ຜ່ານໜັງສືແຈ້ງການ ວ່າດ້ວຍການກຳນົດອັດຕາກິນ, ຄ່າຕັດຜົມ, ຄ່ານ້ຳໃຊ້, ຄ່າບຳລຸງຮັກສາໄຟຟ້າ, ຄ່ານ້ຳດື່ມ, ຄ່າຟືນດັງໄຟ ແລະ ການປູກຜັກເຂົ້າເຮືອນຄົວລວມ ເຊິ່ງທັງໝົດແມ່ນອີງຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການການກອງທັບ ທີ່ໃຫ້ບັນດາໂຮງຮຽນ ທົ່ວກອງທັບ ຍົກສູງການຜະລິດສະໜອງເຂົ້າເຮືອນຄົວລວມ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍປະທານ ຕື່ມອີກ. ໂດຍ: ແກ່ນຕາ ສີລິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ