ກອງພັນໃຫຍ່ 497 ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-07 14:21:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ກອງພັນໃຫຍ່ 497 ໄດ້ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພອນໄຊ ບໍລະດົມ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ສະມາຊິກພັກເຂົ້າຮ່ວມ.
ໂອກາດນີ້, ບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 497 ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນເອກະສານ 6 ສະບັບຄື: ເອກະສານເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກ, ຂໍ້ກຳນົດ ວ່າດ້ວຍວຽກງານແຂ່ງຂັນ-ຍ້ອງຍໍ ໃນທົ່ວກອງທັບປະຊາຊົນລາວ ແລະ ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນທົ່ວກອງທັບປະຊາຊົນລາວ, ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ, ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ Xll ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອເຮັດໃຫ້ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈບັນດາເນື້ອໃນເອກະສານທີ່ປິ່ນອ້ອມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບບັນດາແນວທາງແຜນນະໂຍບາຍ ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ເພື່ອໄປໝູນໃຊ້ເຂົ້າໃນຊິວິດປະຈຳວັນ ກໍຄືການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.
ໂດຍ: ໄກສອງ ແກ້ງວົງສາ
ພາບໂດຍ: ພອນໄຊ ຜີແຕ່ງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















