ຄະນະພັກ ກອງບັນຊາການທະຫານແຂວງວຽງຈັນ ເຄື່ອນໄຫວເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ບັນດາກົມກອງຮາກຖານ
ເວລາອອກຂ່າວ: 2026-09-07 14:16:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ: ![]()
ໃນລະຫວ່າງ ວັນທີ 1-4 ກັນຍາ 2026 ນີ້, ສະຫາຍ ພັນໂທ ຫຸມພັນ ສີສົມພອນ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ ກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປີ 2026 ຢູ່ບັນດາກົມກອງຮາກຖານ ຄື: ກອງຮ້ອຍ 201, ກອງບັນຊາການເມືອງຫີນເຫີບ, ເມືອງວັງວຽງ, ເມືອງກາສີ, ເມືອງແມດ ແລະ ກອງພັນ 102, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ແຕ່ລະກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ຊ່າລໍ່ ຈົງເຕັ່ງເຈ້ຍຊາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປີ 2026 ເຊິ່ງລວມມີ XVI ພາກ, 56 ໝວດ 299 ມາດຕາ. ຈຸດປະສົງ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດນາຍ ແລະ ພົນທະຫານ ໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບດັ່ງກ່າວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມລະບຽບການ ຂອງກອງທັບປະຊາຊົນລາວ ຢ່າງເຂັ້ມງວດ ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກໍາລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍ ເຊິ່ງກົດລະບຽບສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວທຸກຄົນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ຍ້ອນແນວນັ້ນ, ຈຶ່ງມີຄວາມໝາຍຄວາມສໍາຄັນຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນເຮັດໃຫ້ປະເທດຊາດ ກໍຄືຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບຢ່າງໜັກແໜ້ນ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຍັງໄດ້ເຜີຍແຜ່ ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຂໍ້ກໍານົດ ຂອງກອງບັນຊາການທະຫານແຂວງວຽງຈັນ ຈໍານວນໜຶ່ງ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ແລະ ພະນັກງານ-ນັກຮົບທຸກສະຫາຍ ຈົ່ງນຳເອົາເນື້ອໃນການເຜີຍແຜ່ຄັ້ງນີ້ ໄປຈັດຕັ້ງເຊື່ອມຊຶມຜັນຂະຫຍາຍໃຫ້ທົ່ວເຖິງ ແລະ ເປັນຂະບວນການຢ່າງກວ້າງຂວາງ.
ໂດຍ: ສາຍຄໍາ ພອນມະນີ
ພາບ: ຈາກກົມກອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















