ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ເຄື່ອນໄຫວຊຸກຍູ້ ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ທີ່ກໍາລັງກອບກູ້ໄພພິບັດນໍ້າຖ້ວມ ຢູ່ບ້ານຫົວນໍ້າບາກ
ເວລາອອກຂ່າວ: 2026-09-07 11:15:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ: ![]()
ວັນທີ 5 ກັນຍາ 2026 ນີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ກອງພັນ 414 ທີ່ກຳລັງກອບກູ້ໄພພິບັດນ້ຳຖ້ວມ ຢູ່ບ້ານຫົວນ້ຳບາກ.
ໂອກາດນີ້, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ໄດ້ນຳເອົາເຄື່ອງ ອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໄປມອບໃຫ້ອ້າຍນ້ອງ ທີ່ກຳລັງປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ໃນຄັ້ງນີ້, ເພື່ອເປັນການຊຸກຍູ້ ໃຫ້ກໍາລັງໃຈອ້າຍນ້ອງ ໃນການກອບກູ້ໄພພິບັດ ຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ວຽກງານ ທີ່ພັກ-ລັດ ຂັ້ນເທິງ ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດ ແລະ ຮັບປະກັນໄດ້ຄວາມປອດໄພ 100%.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















