ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງບັນຊາການທະຫານແຂວງອຸດົມໄຊ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2026-09-07 11:09:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ:



ວັນທີ 4 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄຊພອນ ກໍຊົມພູ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະພັກ-ຄະນະບັນຊາກອງບັນຊາການ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນນີ້, ໄດ້ມອບເງິນອູດໜູນໃຫ້ກັບຄອບຄົວພະນັກງານຜູ້ທີ່ເສຍຊີວິດ 13 ຄອບຄົວ ເປັນເງິນທັງໝົດ 1.741.179.000 ກີບ ເຊິ່ງກ່າວມອບ ໂດຍສະຫາຍ ພັນເອກ ໄຊພອນ ກໍຊົມພູ ພ້ອມທັງ ຮຽກຮ້ອງໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ ຈົ່ງນຳເອົາເງິນດັ່ງກ່າວ ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນ ຂອງຄອບຄົວ ໃຫ້ຖືກຕ້ອງ, ສອດຄ່ອງ, ເໝາະສົມ ແລະ ເກີດປະໂຫຍດຢ່າງສູງສຸດ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ