ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕີໃຫ້ຍຸດທະສາດ "ສົງຄາມພິດເສດ" ຂອງຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມືປະລາໄຊລົງ
ເວລາອອກຂ່າວ: 2018-11-26 08:57:25 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ກ້າວເຂົ້າສູ່ປີ 1966 ສົງ ຄາມລະຫວ່າງກຳລັງປະຕິວັດ ລາວກັບຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມືຂອງພວກ ເຂົາຍັງຢູ່ໃນທ່ວງທ່າຍາດແຍ່ງ, ຈັກກະພັດອາເມຣິກາ ແລະ ລູກ ແຫຼ້ງຕີນມືຂອງພວກເຂົາຍູ້ແຮງ "ສົງຄາມພິເສດ", ທຳລາຍການ ປະຕິວັດລາວຢ່າງຮຸນແຮງໂຫດ ຫ້ຽມຫຼາຍຂຶ້ນ, ອາເມຣິກາ ແລະ ທະຫານຫຸ່ນວຽງຈັນໄດ້ກຳນົດ ພາກກາງ-ພາກໃຕ້ລາວແມ່ນສະ ໜາມຮົບຕົ້ນຕໍ. ພວກເຂົາໄດ້ໃຊ້ ກຳລັງຝ່າຍຂວາວຽງຈັນເປັນ ສ່ວນໃຫຍ່ໃນການເຄື່ອນທີ່ໄວ ບຽດຢຶດເອົາເຂດປົດປ່ອຍ, ໃຊ້ ເຄື່ອງບິນທະຫານຍິງທຳລາຍ ໂຫດຫ້ຽມ, ສະກັດກັ້ນໃນການ ຂົນສົ່ງ ແລະ ສອດແນມຂົ່ມຂູ່ເສັ້ນ ທາງລຳລຽງຍຸດທະສາດ. ເພື່ອຕີໃຫ້ປະລາໄຊເລ່ກົນ ແລະ ອຸບາຍປີນຂັ້ນໄດສົງຄາມຂອງ ຈັກກະພັດອາເມຣິກາ ແລະ ລູກ ແລ້ງຕີນມືຂອງພວກເຂົາ,​ກອງ ບັນຊາການສູງສຸດຕົກລົງປັບປຸງ ຈັດຕັ້ງກຳລັງພົນ, ຂະຫຍາຍກຳ ລັງປະກອບອາວຸດ, ຈາກນັ້ນ ພວກເຮົາໄດ້ສ້າງຕັ້ງທະຫານ ຮາບເພີ່ມເຕີມ 5 ກອງພັນນ້ອຍ, ເຮັດໃຫ້ຈຳນວນພົນຂອງກຳລັງ ປະກອບອາວຸດໃນກຳລັງຫຼວງ ເພີ່ມຂຶ້ນເຖິງ 23 ກອງພັນນ້ອຍ, ກອງປ້ອງກັນອາກາດ 37 ມມ 1 ກອງພັນນ້ອຍ ແລະ ກອງຮ້ອຍ 12,7 ມມ ອີກຈຳນວນໜຶ່ງ, ປັບ ປຸງບັນດາກອງປືນໃຫຍ່ໜ້າດິນ ໃຫ້ມີຄວາມສະຫງົບ, ຈັດຕັ້ງເພີ່ມ ກອງຮ້ອຍຊ່າງແສງ, ກອງຮ້ອຍ ເຄມີໄດ້ສ້າງຕັ້ງກອງຮ້ອຍປືນ ໃຫຍ່ກຳລັງໄຟເພດຍິງບັນຊາ ໂດຍ ນາງສີສຸກ, ປະກອບປືນ ໃຫຍ່ BM 13 ຢູ່ສະໜາມຮົບທົ່ງ ໄຫຫີນ, ບັນດາຕາແສງ ແລະ ເມືອງຈັດຕັ້ງກອງຮ້ອຍ, ໝວດ ຍິງຍົນບິນຕໍ່າດ້ວຍປືນເຫຼັກຍາວ. ຕົ້ນປີ 1966 ຊາວໜຸ່ມຈຳ ນວນຫຼວງຫຼາຍໃນເຂດຍຶດຄອງ ຊົ່ວຄາວໄດ້ປິດລັບໜີອອກມາສູ່ ເຂດປົດປ່ອຍສະໝັກເຂົ້າເປັນທະ ຫານ, ເຖິງວ່າເຂດປົດປ່ອຍຂອງ ພວກເຮົາຫາກໍມີພົນລະເມືອງປະ ມານ 800.000 ຄົນ, ເບື້ອງຕົ້ນ ມີຊາວໜຸ່ມສະໝັກເຂົ້າເປັນທະ ຫານຫຼາຍກວ່າ 5.000 ຄົນ ແລະ ເກືອບ 20.000 ຄົນ ປະກອບເຂົ້າ ເປັນກຳລັງກອງຫຼອນກຳລັງປະ ກອບອາວຸດປະຕິວັດລາວໄລຍະ ນີ້ໄດ້ເພີ່ມຂຶ້ນເຖິງ 22.500 ຄົນ ເຊິ່ງເປັນກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ສ່ວນກຳລັງ ກອງຫຼອນມີຈຳນວນພົນ 45.000 ຄົນ (ໃນນັ້ນມີແມ່ຍິງ 8.500 ຄົນ). ອີງໃສ່ຄຳສະເໜີຂອງທະຫານ ເຂດພາກໃຕ້ລາວ ແລະ ຄະນະ 565 ຊ່ຽວຊານການທະຫານ, ກອງບັນຊາການສູງສຸດໄດ້ຈັດ ຕັ້ງກຳລັງພົນຢູ່ທະຫານເຂດພາກ ໃຕ້ລາວ, ກຳລັງຫຼວງປະກອບ ດ້ວຍ 8 ກອງພັນນ້ອຍ (ປີ 1968 ເພີ່ມເຕີມ 2 ກອງພັນນ້ອຍ) ຢູ່ທົ່ງ ໄຫຫີນ-ຊຽງຂວາງໄດ້ຈັດຕັ້ງ 10 ກອງພັນນ້ອຍ, ມີທະຫານຮາບ 7 ກອງພັນນ້ອຍ, ໃນນັ້ນມີເຫຼົ່າຮົບ (ປືນປ້ອງກັນອາກາດ, ປືນໃຫຍ່ ໜ້າດິນ, ລົດຕັງ-AM), ທະຫານ ຮາບ 3 ກອງພັນນ້ອຍຢູ່ຊຳເໜືອ ແລະ ກອງປ້ອງກັນອາກາດ 37 ມມ 1 ກອງພັນນ້ອຍ, ຢູ່ພາກ ເໜືອລາວມີທະຫານຮາບ 2 ກອງ ພັນນ້ອຍ. ຢູ່ຊຳເໜືອ ແລະ ຊຽງຂວາງ, ເລີ່ມແຕ່ເດືອນ 1 ປີ 1966 ບັນ ດາກອງ 959 ແລະ 565 ຊ່ຽວ ຊານການທະຫານໄດ້ຊ່ວຍເຫຼືອ ພວກເຮົາອົບຮົມການທະຫານ 5 ຊຸດ ໄດ້ຫຼາຍກວ່າ 400 ຄົນ, ໃນ ນັ້ນມີພະນັກງານຂັ້ນກອງຮ້ອຍ, ຂັ້ນກອງພັນນ້ອຍ ແລະ ບັນດາ ກອງບັນຊາການທະຫານແຂວງ, ໃຊ້ເວລາ 10 ເຖິງ 20 ວັນ, ພ້ອມ ດຽວກັນນັ້ນກໍຈັດຕັ້ງບຳລຸງຫັດ ແອບຕົວຈິງໃຫ້ແກ່ພະນັກງານ ຂັ້ນກອງຮ້ອຍ, ໝວດຢູ່ຕາມບັນ ດາກົມກອງເຄື່ອນທີິ່. ເນື້ອໃນອົບ ຮົມ,​ ຫັດແອບລວມມີຍຸດທະວິທີ, (ປິດລັບຫຼອນຕີແບບດັກກົງ), (ບຸກຕີດ້ວຍກຳລັງແຮງ), ສະ ກັດຕີ, ຫຼອນຕີ, ເຄື່ອນທີ່ບຸກຕີ, ຈັ້ງທ່າ, ຫັດແອບແບກຫາບເຄື່ອນ ທັບ, ສົ່ງສັນຍານ, ກວດກາບຸກ ຄົນ, ຈຸ, ໝູ່, ໝວດ, ກອງຮ້ອຍ ແລະ ກອງພັນນ້ອຍສູ້ຮົບ. ພາກ ສ່ວນກົມກອງທະຫານໃໝ່ໄດ້ຈັດ ຕັ້ງຮໍ່າຮຽນການເມືອງ, ພື້ນຖານ ການທະຫານ, ຂໍ້ກຳນົດກົດລະ ບຽບທົ່ວໄປ ແລະ ກົດລະບຽບ ການທະຫານ...​ທັງກໍ່ສ້າງ ແລະ ທັງສູ້ຮົບເຮັດໃຫ້ພະນັກງານ- ນັກຮົບມີບາດກ້າວຂະຫຍາຍຕົວ ວ່ອງໄວລື່ນຄາດໝາຍ, ເປັນຕົ້ນ ແມ່ນລະດັບບັນຊາ ແລະ ສູ້ຮົບ. ໃນໄລຍະໜຶ່ງທີ່ພວກເຮົາປັບ ປຸງກຳລັງຝ່າຍຂວາໄດ້ສືບຕໍ່ເປີດ ບັ້ນຮົບບຸກຕີເຂົ້າໃສ່ເຂດປົດປ່ອຍ ຂອງພວກເຮົາ. ທິດທົ່ງໄຫຫີນ- ຊຽງຂວາງວັນທີ 5 ເດືອນ 1 ປີ 1966, GM.13 ໄດ້ແຈກຢາຍ ກຳລັງບຸກຕີເຂົ້າເມືອງພັ້ນ (ທິດ ຕາເວັນອອກເທດສະບານຊຽງ ຂວາງ) ຈຸດປະສົງຂອງພວກ ເຂົາແມ່ນເພື່ອປະສານກັບກຳລັງ ກອງແລ ແລະ ຜັນຂະຫຍາຍກຳ ລັງຕີເຂົ້າພູກູດ. ພວກເຂົາຫາກໍ ຜັນຂະຫຍາຍກຳລັງຢູ່ພູຊາວ ກໍ ຖືກພວກເຮົາບຸກໂຈມຕີເສຍຫາຍ ຢ່າງໜັກ, ພວກເຂົາຈຳຕ້ອງຖອຍ ໜີ. GM.13 ໄດ້ປ່ຽນມາບຸກເຂົ້າ ພູຫວດ ເພື່ອຈຳເປີດທາງຕີເຂົ້າ ໃສ່ເທດສະບານ ຊຽງຂວາງ ບັນ ດາກຳລັງຂອງພວກເຮົາປະສານ ສົມທົບກັບກອງຮ້ອຍທີ 2 ຂອງ ກອງພັນນ້ອຍ 51 ທະຫານອາ ສາສະໝັກຫຼອນຕີແບບບັງເອີນ ເຂົ້າໃສ່ສູນບັນຊາ GM.13, ດັບ ສູນກຳລັງດີບໄດ້ 50 ຄົນ, ໃນ ນັ້ນມີພັກເອກ ຄຳເພັດ ຫົວໜ້າ ບັນຊາການ. ສັດຕູປົບໜີໄປທາງ ພູຊາວ, ພວກເຮົາໄດ້ສະກັດລັດ ຕີພວກເຂົາຢ່າງຕໍ່ເນື່ອງເຮັດໃຫ້ ພວກເຂົາຖືກດັບສູນ ແລະ ຖືກທຳ ລາຍຢ່າງໜັກໜ່ວງ, ທິດພູກູດ, ກອງພັນນ້ອຍ 13 ພ້ອມດ້ວຍ ກອງພັນນ້ອຍທີ 7 ທະຫານອາ ສາສະໝັກຕີສະກັດທະຫານກອງ ແລ ແລະ ຮັກສາສະໜາມຈັ້ງທ່າ ພູກູດ. ຢູ່ພາກໃຕ້ລາວ, ເດືອນ 2 ປີ 1966 ກຳລັງຝ່າຍຂວາໄດ້ ເຄື່ອນທັບອິນຕາ "INTA" ມີ ກຳລັງ 8 ກອງພັນນ້ອຍ (ມີກອງ ພັນນ້ອຍຂອງ GM.132) ເລີ່ມ ບຸກເຂົ້າຈາກເຂດເລົ່າງາມ (ສາ ລະວັນ) ລຽບຕາມເສັ້ນທາງເລກ 23 ຜ່ານທ່າແຕງລົງໃສ່ອັດຕະປື ເພື່ອຈຸດປະສົງດັບສູນກຳລັງປະ ກອບອາວຸດປະເທດລາວ ແລະ ທະຫານອາສາສະໝັກ ຫວຽດ ນາມ ຢູ່ທິດຕາເວັນອອກສ່ຽງ ເໜືອພູພຽງບໍລະເວນ, ໃນນັ້ນ ຈຸດໃຈກາງຕົ້ນຕໍແມ່ນເລົ່າງາມ ແລະ ທ່າແຕງ, ກອງພັນນ້ອຍ 11, ກຳລັງກອງຫຼອນຢູ່ພື້ນທີ່ ໄດ້ປະສານຮ່ວມກັບກອງພັນ ນ້ອບທີ່ 2, ກອງ 565, ກອງພັນ ນ້ອຍທີ 3 ທະຫານອາສາສະໝັກ ໄດ້ຈັດຕັ້ງສະກັດລັດຕີ, ຫຼອນຕີ, ເຄື່ອນທີ່ບຸກຕີສົມທົບກັບການຢຶດ ຈັ້ງຢູ່ບ້ານໂພນ, ສະຄືລຽບຕາມ ເສັ້ນທາງເລກ 23 ແລະ ຕີຝັງຂວາ ພວກເຂົາຢູ່ເປັນຈຸດ, ເພື່ອບໍ່ໃຫ້ ພວກເຂົາຊ່ວຍໜູນກັນໄດ້, ວັນທີ 22 ເດືອນ 2 ປີ 1966 ພວກເຮົາ ບຸກຕີເມືອງເກົ່າ, ອັດຕະປືດັບສູນ ສັດຕູໄດ້ຫຼາຍສິບຄົນ, ວັນທີ 24 ເດືອນ 2 ປີ 1966 ພວກເຮົາບຸກ ຕີປ້ອມຝັ່ງແດງຢູ່ບ່ອນນີ້ມີ 1 BV 25 ຢຶດຈັ້ງ, ພວກເຮົາດັບສູນ ແລະ ຈັບໄດ້ 194 ຄົນ, ຕໍ່ຈາກ ນັ້ນ, ພວກເຮົາໄດ້ດັບສູນສັດຕູ 1 ກອງຮ້ອຍຢູ່ແກບເຜິ້ງ, ທຳລາຍ ສູນບັນຊາ ແລະ ດັບສູນ 1 ກອງ ຮ້ອຍເພີ່ມທະວີຂອງກອງພັນ ນ້ອຍທີ 4 (BI.4) ຢູ່ບ້ານມູນ, ຕີແຕກທະລາຍ 1 ກອງພັນນ້ອຍ ຂອງພວກເຂົາຢູ່ບ້ານໂພນໄດ້ສ້າງ ຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ພວກເຂົາ, ບັງຄັບພວກ ເຂົາຈຳຕ້ອງຍຸດຕີກວາດລ້າງ. ໃນເວລາດຽວກັນນັ້ນ, ແຕ່ ເດືອນ 2 ເຖິງກາງເດືອນ 4 ປີ 1966, ກອງແລເຕົ້າໂຮມກຳລັງ 3 GM ເຊື່ອມຢຶດບັນດາຈຸດສູງ 1140, ພູເສືອ, ພູສູງຈຸດປະສົງ ເພື່ອປິດລ້ອມພູກູດ. ກອງພັນ ນ້ອຍ 701, ກອງພັນນ້ອຍ 13 ປະສານສົມທົບກັບກອງພັນນ້ອຍ 51, ກອງພັນນ້ອຍທີ 7 ທະຫານ ອາສາສະໝັກໄດ້ຕີພວກເຂົາປະ ລາໄຊ 5 ຄັ້ງ ໃນການບຸກໂຈມຕີ ເຂົ້າໃສ່ສະໜາມຈັ້ງທ່າປ້ອງກັນ ພູກູດ ຂອງພວກເຮົາ. ການສູ້ຮົບ ຍາດແຍ່ງແຕ່ລະຫົວພູແມ່ນສຸດທີ່ ຮຸນແຮງໂຫດຫ້ຽມ. ທະຫານ ພວກເຮົາໄດ້ອົດທົນຮັກສາຈຸດທີ່ ໝັ້ນປະສົມກັບຕີຕ້ານ, ບຸກຕີ ແລະ ຕີຕັດຫຼັງ... ເຮັດໃຫ້ແຕ່ລະບັ້ນ ບຸກຂອງພວກສັດຕູຖືກແຕກຫັກ ປັດເຂ່ຍສັດຕູອອກຈາກວົງສູ້ຮົບ ກວ່າ 800 ຄົນ, ພວກເຮົາຮັກສາ ແລະ ເປັນເຈົ້າການພູກູດ, ສູນ ກາງແນວລາວຮັກຊາດ ແລະ ກອງບັນຊາການສູງສຸດໄດ້ມອບ ນາມະຍົດ "ນັກຮົບພູກູດ" ໃຫ້ ບຸກຄົນ, ກົມກອງທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າຮັກສາພູກູດ ແລະ ເປີດຂະບວນການກະຕຸກ ຊຸກຍູ້ທົ່ວກອງທັບຮໍ່າຮຽນນໍ້າໃຈ ສູ້ຮົບ ພິລາດອາດຫານຂອງພະ ນັກງານ-ນັກຮົບຈັ້ງທ່າພູກູດ ແນ ໃສ່ເພີ່ມທະວີຮ່ວມສຳພັນສູ້ຮົບ ໃນໄລຍະໃໝ່, ກອງບັນຊາການ ສູງສຸດສະເໜີຄະນະພັກທະຫານ ສູນກາງ ແລະ ກະຊວງປ້ອງກັນ ປະເທດຫວຽດນາມ ສ້າງຕັ້ງບັນ ດາກອງທະຫານອາສາສະໝັກ ຫວຽດນາມປະຈຳການສະເພາະ ຢູ່ 2 ແຂວງ: ຊຳເໜືອ ແລະ ຊຽງ ຂວາງ. ຄະນະພັກທະຫານສູນ ກາງ ແລະ ກະຊວງປ້ອງກັນປະ ເທດຫວຽດນາມໄດ້ຕົກລົງຈັດ ຕັ້ງກອງທະຫານອາສາສະໝັກ 766 ແລະ 966 ກອງ 766 ແມ່ນໃຕ້ການບັນຊາຂອງກອງ ບັນຊາການສູງສຸດຝ່າຍລາວ ມີ ໜ້າທີ່ປະສານສົມທົບກັບກຳລັງ ປະກອບອາວຸດຂອງພວກເຮົາຢູ່ ຊຳເໜືອຕີສັດຕູບຽດຢຶດ, ຕ້ານ ການບຸກໂຈມຕີຂອງເຄື່ອງບິນ ທາງອາກາດ, ກວາດລ້າງພວກ ກອງປຸ້ນ, ຈັບກຸມດັບສູນພວກນັກ ສຶບສອດແນມ, ປັບປຸງຮາກຖານ, ປ້ອງກັນເຂດທີ່ໝັ້ນສູນກາງຢູ່ ວຽງໄຊ ແລະ ນາໄກ. ( ອ່ານຕໍ່ສະບັບໜ້າ ) ກຳລັງຂອງກອງ 766 ປະ ກອບມີກອງພັນນ້ອຍທີ 5. ກອງ ພັນນ້ອຍ 923, ກອງພັນນ້ອຍ 44 ປືນປ້ອງກັນອາກາດ 37 ມມ (ພາຍຫຼັງໄດ້ເພີ່ມທະວີເປັນກອງ ພັນນ້ອຍ 54), ກອງຮ້ອຍສືບ ຂ່າວ, ຊ່າງແສງ, ສື່ສານ, ຂົນ ສົ່ງ, ໜ່ວຍຂົນຂວາຍປະຊາຊົນ, ກອງຮັກສາສຸຂະພາບ (ໂຮງໝໍ ທະຫານ 951), ໜ່ວຍຜ່າຕັດ ແນວໜ້າຮັບໃຊ້ໃຫ້ແກ່ຍຸດທະບັ້ນ ຮົບ ແລະ ຫ້ອງການຂອງຄະນະ ຕັ້ງຢູ່ ຊຳເໜືອ, ກ່ຽວກັບວຽກ ງານພະລາທິການຮັບໃຊ້ການສູ້ ຮົບໄດ້ມີລະບົບສາງແຕ່ຂັ້ນກອງ ພົນ (ສາງສູນກາງ 45 ຕັ້ງຢູ່ ເມືອງງາ) ຈົນຮອດສາງລຽບ ຕາມເສັ້ນທາງເລກທີ 6 ແລະ ບັນ ດາສາງຮັບໃຊ້ຍຸດທະບັ້ນຮົບ, ເດືອນ 11 ປີ 1966 ກອງ 766 ໄດ້ປະກອບເພີ່ມກອງພັນນ້ອຍ 927. ຄະນະບັນຊາກອງ 766 ໃນເບຶ້ື້ອງຕົ້ນແມ່ນສະຫາຍຟ້າມ ງຽມ ເປັນຫົວໜ້າບັນຊາ ແລະ ທັງເປັນຫົວໜ້າການເມືອງ (ຕໍ່ ມາສະຫາຍ ເລກີ ເປັນຫົວໜ້າ ບັນຊາ, ສະຫາຍ ຈ້ຽວດຶກກວາງ ເປັນຫົວໜ້າການເມືອງ) ຈັກກະ ພັດອາເມຣິກາ ແລະ ລູກແລ້ງຕີນ ມືສວຍໃຊ້ສົນທິສັນຍາເຊີແນວປີ 1962 ໃນນາມລາຊະອານາຈັກ ລາວພວກເຂົາໄດ້ນຳທະຫານເຂົ້າ ບຽດຢຶດ ແລະ ສ້າງປົດຄ້າຍຢູ່ຊຳ ເໜືອ. ພວກເຂົາໄດ້ອີງໃສ່ຈຸດທີ່ ຕັ້ງຜາຖີ່ ເພື່ອເຕົ້າໂຮມກຳລັງ ກອງປຸ້ນ, ຕັ້ງສູນຣາດາຕາແກນ TACAN ເພື່ອຊີ້ທາງໃຫ້ກອງ ທັບອາກາດຍິງທຳລາຍເຂດປົດ ປ່ອຍຢູ່ພາກເໜືອລາວ ແລະ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນ ຫວຽດນາມ. ( ອ່ານຕໍ່ສະບັບໜ້າ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ