ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ປິດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ກຳລັງ​ກອງ​ຫຼອນ ກອງຮ້ອຍ​ທີ 2 ຕາແສງ​ນ້ຳ​ແກ້ວ​ຫຼວງ
ເວລາອອກຂ່າວ: 2026-09-07 09:53:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ພິທີ ປິດ​ຊຸດ​ອົບຮົມ-ຫັດ​ແອບ ການເມືອງ-ການ​ທະຫານ ໄລຍະ​ທີ II ປະຈຳ​ປີ 2026 ໃຫ້​ກຳລັງ​ກອງ​ຫຼອນ ກອງຮ້ອຍ​ທີ 2 ຕາແສງ​ນ້ຳ​ແກ້ວ​ຫຼວງ ເມືອງ​ສິງ ແຂວງ​ຫຼວ​ນ້ຳ​ທາ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ໂທ ສົມ​ຊາຍ ຫຼ້າ​ພິມ​ພອນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ, ມີ​ສະຫາຍ ສີ​ທອງ ທຳ​ມະ​ວົງ ຮັກສາ​ການ ຄະນະ​ກຳມະການ​ຕາແສງ​ນ້ຳ​ແກ້ວ​ຫຼວງ, ມີ​ເລຂາ​ພັກ​ບ້ານ, ຄູ​ເຝິກ ແລະ ອ້າຍ​ນ້ອງ​ກຳລັງ​ກອງ​ຫຼອນ​ທົ່ວ​ກອງຮ້ອຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ອຸ້ຍ ທິບ​ພະ​ວົງ ຊ່ວຍ​ວຽກ​ຂະແໜງ​ອົບຮົມ ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ ໄດ້​ຜ່ານ​ບົດ​ສະຫຼຸບ ຜ່ານ​ການ​ອົບຮົມ-ຫັດ​ແອບ ໄລຍະ 12 ວັນ, ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ດ້ານ​ທີ່​ພົ້ນ​ເດັ່ນ ເປັນຕົ້ນ​ແມ່ນ ອ້າຍ​ນ້ອງ​ກຳລັງ​ກອງ​ຫຼອນ ໄດ້​ເອົາໃຈໃສ່​ສຸມ​ສະຕິ​ປັນຍາ ເຂົ້າ​ໃນ​ການ​ອົບຮົມ-ຫັດ​ແອບ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ຄູ​ອາຈານ​ກໍ​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ການ​ສິດສອນ ທັງ​ພາກ​ທິດ​ສະ​ດີ ກໍ​ຄື ພາກ​ປະຕິບັດ​ຕົວ​ຈິງ ເຮັດ​ໃຫ້ການ​ອົບຮົມ-ຫັດ​ແອບ ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ ພາກ​ການເມືອງ ບັນລຸ​ໄດ້ 85,25%, ພາກ​ການ​ທະຫານ 90,28%, ພາກ​ຍຸດທະວິທີ 83,27%, ສະ​ເລຍ​ຜົນ​ໄດ້​ຮັບ​ລວມ ເທົ່າ​ກັບ 86,26%. ໃນ​ພິທີ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ ວ່າ​ດ້ວຍ​ການ​ປະຕິບັດ​ນະໂຍບາຍ ຕໍ່​ກຳລັງ​ກອງ​ຫຼອນ​ຜູ້​ທີ່​ພົ້ນ​ອາຍຸ​ກະສຽນ ອອກ​ພັກຜ່ອນ ຈຳນວນ 2 ສະຫາຍ ຄື: ສະຫາຍ ຫົວ​ວູ​ອ່ອນ ຫົວໜ້າ​ກອງຮ້ອຍ ແລະ ສະຫາຍ ຫົວ​ແສງ​ອ່ອນ ຮອງ​ກອງຮ້ອຍ, ພ້ອມ​ທັງ​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ສະຫາຍ ຄຳ​ຫຼ້າ ໂດຍ​ວິໄລ ເປັນ​ຫົວໜ້າ​ກອງຮ້ອຍ, ສະຫາຍ ທອງ​ແກ້ວ ເປັນ​ຮອງ​ກອງຮ້ອຍ ແລະ ສະຫາຍ ຢາ​ພາ ເປັນ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ໂທ ສົມ​ຊາຍ ຫຼ້າ​ພິມ​ພອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນສຳເລັດ​ບັ້ນ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ອ້າຍ​ນ້ອງ​ກຳລັງ​ກອງ​ຫຼອນ ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ທີ່​ໄດ້​ຮ່ຳຮຽນ​ມາ ໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ເຮັດ​ໃຫ້​ກຳລັງ​ກອງ​ຫຼອນ ມີ​ຄວາມ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ, ສືບຕໍ່​ເອົາໃຈໃສ່​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພາຍ​ໃນ​ບ້ານ, ເພື່ອ​ສະກັດ​ກັ້ນ​ປະກົດ​ການ​ຍໍ້​ທໍ້​ຕ່າງໆ ແລະ ການເຄື່ອນໄຫວ​ຂອງ ​ພວກ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ